ການເຝິກອົບຮົມ ພາກບ່າຍທີ່ມີຫົວຂໍ້ໜ້າສົນໃຈ, ເຮັດໃຫ້ໄວໜຸ່ມໄດ້ມີໂອກາດມາຮ່ວມແລກປ່ຽນຄວາມຮູ້ກັບຜູ້ບັນຍາຍ ທ່ານ. ນ ສຸກສະເຫວີຍ ແກ້ວທຽມຈັນ, ຜູ້ກໍ່ຕັ້ງສະມາຄົມ ເຊໂລເວສລາວ ແລະ ທີມງານຂອງເຊໂລເວສ
.



ໃນວັນທີ 16 ກໍລະກົດ 2024 ທີ່ຜ່ານມາ, ທີມງານຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ຈັດການເຝິກອົບຮົມໃຫ້ກັບບັນດານ້ອງໆໄວໜຸ່ມ.


ເຊິ່ງກໍເປັນເວລາຂອງການເຝິກອົບຮົມ ພາກບ່າຍທີ່ມີຫົວຂໍ້ໜ້າສົນໃຈ, ເຮັດໃຫ້ໄວໜຸ່ມໄດ້ມີໂອກາດມາຮ່ວມແລກປ່ຽນຄວາມຮູ້ກັບຜູ້ບັນຍາຍ ທ່ານ. ນ ສຸກສະເຫວີຍ ແກ້ວທຽມຈັນ, ຜູ້ກໍ່ຕັ້ງສະມາຄົມ ເຊໂລເວສລາວ ແລະ ທີມງານຂອງເຊໂລເວສ, ເຊິ່ງມາໃນຫົວຂໍ້: ບົດບາດຂອງອາສາສະໝັກໄວໜຸ່ມໃນການສ້າງການປ່ຽນແປງໃນການອະນຸລັກ, ທີ່ໄດ້ນຳມາແລກປ່ຽນ ເພື່ອເປັນປະໂຫຍດໃຫ້ກັບນ້ອງໆໄປນຳໃຊ້ເຂົ້າໃນຕົວຈິງ.


ກິດຈະກຳກໍໄດ້ເຕັມໄປດ້ວຍຄວາມມ່ວນຊື່ນ, ການແລກປ່ຽນປະສົບການ ແລະ ການເຮັດວຽກເປັນທີມຂອງນ້ອງໆ. ສຸດທ້າຍນີ້ຕ້ອງຂໍຂອບໃຈຄູ່ຮ່ວມງານ ສະເຕ່ວລ້າ ທີ່ໃຫ້ການສະໜັບສະໜູນສະຖານທີ ແລະ ອຳນວຍຄວາມສະດວກໃຫ້ກັບນ້ອງໆຜູ້ເຂົ້າຮ່ວມໂຄງການຂອງພວກເຮົາ.

----------------------------------------------------------------------------------

On July 16, 2024, the project implementation team, in collaboration with Association Anoulak and Econox Laos, organized a training session for young participants.


which is the time of the afternoon training session with interesting topics, allowing young people to share knowledge with Ms. Souksaveuy Keotiamchanh, the founder of
Zero Waste Laos and Zero Waste team, came under the topic: Youth changemakers role of young volunteers in conservation . The exchange of ideas during the event was valuable for the younger participants, providing practical insights.


The event was vibrant, experience sharing, and marked by effective teamwork among the youth. A special thanks to our partner,
STELLA - ສະເຕ່ວລ້າ for their support in providing the venue and facilitating the program for our participants.
