ເປັນມື້ທຳອິດຂອງການເຝິກອົບຮົມ ແລະ ກໍເປັນມື້ທີ່ມີຫົວຂໍ້ທີ່ໜ້າສົນໃຈ, ເຮັດໃຫ້ໄວໜຸ່ມໄດ້ມີໂອກາດມາຮ່ວມແລກປ່ຽນຄວາມຮູ້ກັບຜູ້ບັນຍາຍ ທ່ານ ພອນສະຫວັນ ຈິນດາມະນີ, ອາດີດປະທານກຸ່ມອາສາສະໝັກ Global Shapers Vientiane Hub, ຄູ່ຮ່ວມງານຂອງພວກເຮົາ ທີ່ໄດ້ມາແລກປ່ຽນ
.



ພາບບັນຍາກາດ ພາຍໃນວັນທີ 15 ກໍລະກົດ 2024 ທີ່ຜ່ານມາ, ທີມງານຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ຈັດການເຝິກອົບຮົມໃຫ້ກັບບັນດານ້ອງໆໄວໜຸ່ມ. ເຊິ່ງເປັນມື້ທຳອິດຂອງການເຝິກອົບຮົມ ແລະ ກໍເປັນມື້ທີ່ມີຫົວຂໍ້ທີ່ໜ້າສົນໃຈ, ເຮັດໃຫ້ໄວໜຸ່ມໄດ້ມີໂອກາດມາຮ່ວມແລກປ່ຽນຄວາມຮູ້ກັບຜູ້ບັນຍາຍ ທ່ານ ພອນສະຫວັນ ຈິນດາມະນີ, ອາດີດປະທານກຸ່ມອາສາສະໝັກ Global Shapers Vientiane Hub, ຄູ່ຮ່ວມງານຂອງພວກເຮົາ ທີ່ໄດ້ມາແລກປ່ຽນໃນຫົວຂໍ້: ຈິດອາສາ, ພາວະການເປັນຜູ້ນຳ ແລະ ພະລັງກຸ່ມ, ທີ່ເປັນປະໂຫຍດໃຫ້ກັບນ້ອງເພື່ອໄປນໍາໃຊ້ຕົວຈິງ.


ພາຍໃນກິດຈະກຳກໍໄດ້ເຕັມໄປດ້ວຍສີສັນ, ຄວາມກະຕືລືລົ້ນ, ຄວາມມ່ວນຊື່ນ ແລະ ການເຮັດວຽກເປັນທີມ, ນີ້ແມ່ນການຝຶກອົບຮົມຄັ້ງທີ 1 ຂອງພວກເຮົາ ແລະ ຂໍຂອບໃຈຄູ່ຮ່ວມງານ Lab de Lines ທີ່ໃຫ້ການສະໜັບສະໜູນສະຖານທີ ແລະ ອຳນວຍຄວາມສະດວກໃຫ້ກັບນ້ອງໆຜູ້ເຂົ້າຮ່ວມໂຄງການຂອງພວກເຮົາ.

---------------------------------------------------------------------------------

On 15 July 2024, the project implementation team, in collaboration with Association Anoulak and Econox Laos, convened a training session for young participants. This marked the program’s inaugural day, featuring engaging discussions on topics such as volunteerism, leadership, and collective empowerment.

A highlight of the day was the presence of
Vanh Chindamany, former president of the volunteer
Global Shapers Vientiane Hub. His valuable insights enriched the training, providing an opportunity for knowledge exchange among the youth.

The event buzzed with vibrant energy, camaraderie, and teamwork. A special thanks to our partner, Lab de Lines, for their support in providing the venue and facilitating the program for our participants.
