Description of my image
✨ວັນດິນບໍລິເວນນ້ຳໂລກ

✨ວັນດິນບໍລິເວນນ້ຳໂລກ

Published: 02 Feb 2025

Type 06

.
🌍ດິນບໍລິເວນນ້ຳຖືເປັນໜຶ່ງໃນ​ລະບົບ​ນິເວດ​ທີ່​ມີ​ຄຸນຄ່າ​ ແລະ ມີຄວາມຫຼາກຫຼາຍທາງດ້ານ ຊີວະນາໆພັນທີ່ ຫຼາຍທີ່ສຸດໃນໂລກ, ຖືກກຳນົດວ່າເປັນທັງລະບົບນິເວດນ້ຳຈືດ ແລະ ແຄມຝັ່ງທະເລ, ທະເລເຊິ່ງລວມມີທະເລສາບ, ແມ່ນ້ຳທັງໝົດ, ບຶງ, ປ່າດົງ, ປາກແມ່ນ້ຳ, ທົ່ງພຽງແມ່ນ້ຳຂອງ, ປ່າດົງດິບ, ແນວປະກາລັງ, ແລະ ນ້ຳໃຕ້ດິນ.
🌱ດິນບໍລິເວນນ້ຳມີບົດບາດ​ສຳຄັນ​ໃນ​ການສ້າງຄວາມ​ສົມດຸນໃຫ້​ສິ່ງ​ແວດ​ລ້ອມ, ໂດຍເປັນແຫຼ່ງທີ່ຢູ່ອາໄສຂອງຄົນ, ພືດ, ແລະ ສັດທີ່ມີລັກສະນະສະເພາະ, ເປັນພື້ນທີ່ໃນການເຊື່ອມຕໍ່ລະຫວ່າງດິນ ແລະ ນໍ້າ, ສາມາດສະຫນອງ ສະໜອງອາຫານໃຫ້ແກ່ສິ່ງທີ່ມີຊິວິດ ແລະ ມະນຸດ. ນອກຈາກນີ້, ຍັງຊ່ວຍໃນການກັ່ນຕອງນ້ຳ, ການຄວບຄຸມນ້ຳຖ້ວມ, ການຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ ເນື່ອງຈາກເປັນພື້ນທີ່ເກັບກາກບອນ ທີ່ເກັບໄດ້ຫຼາຍກວ່າພື້ນທີ່ປ່າຝົນເຖິງ 50 ເທົ່າ.
✨ວັນດິນບໍລິເວນນ້ຳໂລກໄດ້ຈັດຂຶ້ນໃນ​​ວັນ​ທີ 2 ກຸມ​ພາ​ຂອງ​ທຸກໆປີ. ວັນດັ່ງກ່າວມີຈຸດປະສົງ ເພື່ອປູກຈິດສຳນຶກກ່ຽວກັບຄວາມສຳຄັນຂອງເຂດດິນບໍລິເວນນ້ຳ. ໃນປີ 2025 ນີ້ ໄດ້ເນັ້ນໃຫ້ເຫັນເຖິງຄວາມເລັ່ງດ່ວນໃນການປູກຈິດສຳນຶກ ເພື່ອທົບທວນຕໍ່ກັບການສູນເສຍພື້ນທີ່ ທີ່ເກີດຂຶ້ນຢ່າງໄວວາ ແລະ ສົ່ງເສີມໃຫ້ມີການອະນຸລັກ ແລະ ຟື້ນຟູດິນບໍລິເວນນ້ຳ.
🌳ເຖິງຢ່າງໃດກໍຕາມ ພື້ນທີ່ດິນດັ່ງກ່າວ ກໍເປັນພື້ນທີ່ທີ່ຖືກທຳລາຍ ແລະ ຖືກບຸກລຸກທີ່ຫຼາຍທີ່ສຸດ. ມີເນື້ອທີ່ຫຼາຍກວ່າ 35% ຂອງດິນບໍລິເວນນ້ຳໃນທົ່ວໂລກ ໄດ້ຖືກທຳລາຍ ແລະ ຈຳນວນຊີວະນາໆພັນນ້ຳຈືດ ລວມທັງສັດນ້ຳຕ່າງໆ ທີ່ອາໄສຢູ່ໃນເຂດພື້ນທີ່ດິນບໍລິເວນນ້ຳ ໄດ້ຫຼຸດລົງສູງເຖິງ 85% ນັບແຕ່ປີ 1970.
🇱🇦ສປປ ລາວ ໄດ້ມີການກຳນົດ ການນຳໃຊ້ດິນບໍລິເວນນ້ຳ ເຊິ່ງຕ້ອງຮັບປະກັນຕາມເງື່ອນໄຂ ທີ່ໄດ້ບັນຍັດຕາມດຳລັດວ່າດ້ວຍດິນບໍລິເວນນ້ຳ ສະບັບເລກທີ 350 ປີ 2023 ທັງນີ້ກໍເພື່ອຮັບປະກັນການນຳໃຊ້ຢ່າງຍືນຍົງ. ບັນດາຂໍ້ກຳນົດຕ່າງໆແມ່ນມີລາຍລະອຽດດັ່ງຕໍ່ໄປນີ້:
❌ບໍ່ໃຫ້ມີການເຊາະເຈື່ອນ.
❌ບໍ່ໃຫ້ຕັນທາງນ້ຳໄຫຼ.
❌ບໍ່ໃຫ້ນ້ຳຕື່ນເຂີນ ຫຼື ອັ່ງຖ້ວມ.
❌ບໍ່ໃຫ້ຖິ້ມສິ່ງເສດເຫຼືອ ແລະ ສິ່ງເປັນພິດລົງສູ່ແຫຼ່ງແມ່ນ້ຳ.
❌ບໍ່ໃຫ້ຕັດຕົ້ນໄມ້ທຳລາຍປ່າໃນເຂດແຫຼ່ງນ້ຳ.
❌ບໍ່ໃຫ້ຂຸດລອກເອົາ ດິນຖ່ານຕົມ, ດິນດຳ, ດິນດາກ, ດິນຊາຍ ແລະ ດິນອື່ນໆ.

Ready to Get In Touch?

Phone Number

020 5964 4074

020 2228 6802

Email

info@econoxlaos.com

Social Media

Also Find Us On

Description of my image
Description of my image
We make environment solutions inclusive for everyone. Our aim is to embrace the innovative ideas into shaping the harmony of environmental conservation and development.

© Copyright - 2025 Econox Laos. All Rights Reserved.