Description of my image
 ວັນສັດນ້ຳໂລກ (World Aquatic Animal Day)

ວັນສັດນ້ຳໂລກ (World Aquatic Animal Day)

Published: 03 Apr 2025

Type 03

.

🌊ສິ່ງທີ່ມີຊິວິດໃຕ້ນໍ້າເປັນໜຶ່ງໃນອົງປະກອບທາງລະບົບນິເວດທີ່ສຳຄັນ ເຊິ່ງໄດ້ສ້າງຄວາມ ອຸດົມສົມບູນທາງດ້ານ ສະພາບ ແວດລ້ອມ ທີ່ເປັນຜົນປະໂຫຍດທາງກົງ ແລະ ອ້ອມຕໍ່ກັບສິ່ງແວດລ້ອມ ແລະ ການພັດທະນາຊິວິດການ ເປັນຢູ່ຂອງປະຊາຊົນ. ເຖິງຢ່າງໃດກໍຕາມ, ຍັງມີສັດນ້ຳຫຼາຍຊະນິດໄດ້ຮັບຜົນກະທົບ ຈາກການຫາປາຫຼາຍ ເກີນໄປຂອງມະນຸດ, ການທໍາລາຍຖິ່ນທີ່ຢູ່ອາໄສ ແລະ ໄດ້ຮັບຜົນກະທົບຈາກມົນລະພິດປລາສຕິກ.
🐟ຈາກໄພຂົ່ມຂູ່ຕ່າງໆ, ສັດນໍ້າຫຼາຍປະເພດໄດ້ຖືກຈັດເຂົ້າໃນບັນຊີຄຸ້ມຄອງໃນລະດັບທີ່ແຕກຕ່າງກັນ ແລະ ມື້ນີ້ທາງ Econox Laos ຈະພາມາທຳຄວາມຮູ້ຈັກກັບ ສັດນ້ຳ 10 ຊະນິດ ຂອງ ສປປ ລາວ ທີ່ຈັດເຂົ້າເປັນສັດບັນຊີ 1 ຫຼື ປະເພດຫວງຫ້າມ ທີ່ໄດ້ລະບຸໄວ້ໃນ ຂໍ້ຕົກລົງວ່າດ້ວຍ ການຮັບຮອງເອົາບັນຊີ ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ຫຼື ບັນຊີ 1 ແລະ ປະເພດຄຸ້ມຄອງ ຫຼື ບັນຊີ 2 ໃນປີ 2021 ເຊິ່ງປະກອບມີດັ່ງນີ້:
1. ປາບຶກ (Giant Catfish), ຊື່ວິທະຍາສາດ (Pangastanodon gigas).
2. ປາໄຫຼໄຟຟ້າ, (Marbled eel), ຊື່ວິທະຍາສາດ (Anguilla marmorata).
3. ປາຝາໄລ (Mekong Freshwater Stingray), ຊື່ວິທະຍາສາດ (Hemitrygon laosensis).
4. ປາກວາງ (Small Scale Croaker), ຊື່ວິທະຍາສາດ (Boesmania microlepis).
5. ປາເລີມ (Giant Pangasius), ຊື່ວິທະຍາສາດ (Pangasius sanitwongsei).
6. ປາເສືອ (Siamese Tiger Perche), ຊື່ວິທະຍາສາດ (Datnioides pulcher).
7. ປາກະໂຫ (Giant Barb), ຊື່ວິທະຍາສາດ (Catlocarpio Siamensis).
8. ປາຄູນ, ຊື່ວິທະຍາສາດ (Wallagonia micropogon).
9. ປາກັງ ຫຼື ປາຄັງ (Pa Sak), ຊື່ວິທະຍາສາດ (Luciocyprinus striolatus).
10. ປາກວ໌ນ (Black Snakehead), ຊື່ວິທະຍາສາດ (Channa melasoma).
⚖️ໂດຍທົ່ວໄປແລ້ວ, ບັນດາສັດນໍ້າທີ່ຈະຖືກຈັດເຂົ້າເປັນສັດບັນຊີ 1 ຫຼື ບັນຊີຫວງຫ້າມນັ້ນ ແມ່ນສັດນ້ຳທີ່ຫາຍາກ, ຖືກໄພຂົ່ມຂູ່, ມີຄວາມສ່ຽງຕໍ່ການສູນພັນ, ມີຄວາມສຳຄັນຕໍ່ລະບົບນິເວດ, ການທ່ອງທ່ຽວ ແລະ ການສຶກສາຄົ້ນຄວ້າ ດ້ານວິທະຍາສາດ ເຊິ່ງສັດເຫຼົ່ານັ້ນຕ້ອງໄດ້ມີການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາ. ຖ້າຫາກບຸກຄົນໃດຫາກ ລັກເອົາສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ ຫຼື ຊິ້ນສ່ວນ ແລະ ອະໄວຍະວະຕ່າງໆ ຂອງສັດ ເພື່ອຄ້າຂາຍ ຫຼື ມີໄວ້ໃນຄອບຄອງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 3,000,000 ກີບ ຫາ 10,000,000 ກີບ ຕາມ ປະມວນກົດໝາຍອາຍາ ມາດຕາ 334 ແລະ ມາດຕາອື່ນໆທີ່ກ່ຽວຂ້ອງ.
🌎🐟ທັງນີ້, ບໍ່ພຽງແຕ່ 10 ຊະນິດສັດນ້ຳ ທີ່ກ່າວມາຂ້າງເທິງເທົ່ານັ້ນ ທີ່ມີຄວາມສຳຄັນ, ແຕ່ສັດນ້ຳທຸກຊະນິດໃນທົ່ວໂລກ ລ້ວນແຕ່ມີບົດບາດ ແລະ ມີຄວາມຈຳເປັນ, ບໍ່ວ່າຈະໃຫຍ່ ຫຼື ນ້ອຍ ເພາະພວກເຂົາຊ່ວຍສ້າງຄວາມສົມດຸນ ຂອງລະບົບນິເວດ ແລະ ສະໜອງອາຫານເຂົ້າໃນການດຳລົງຊີວິດປະຈຳວັນຂອງມະນຸດ ແລະ ສັດ. ດັ່ງນັ້ນ, ໃນວັນທີ 3 ເມສາ ຂອງທຸກໆປີ ຈຶ່ງໄດ້ມີການກຳນົດເປັນ ວັນສັດນ້ຳໂລກ (World Aquatic Animal Day) ແລະ ທາງ Econox Laos ຂໍຖືໂອກາດນີ້ເປັນສ່ວນໜຶ່ງໃນການປະກອບສ່ວນແບ່ງປັນຂໍ້ມູນທີ່ຊ່ວຍສ້າງຄວາມຕະໜັກຮູ້ກ່ຽວກັບຄຸນຄ່າ ແລະ ຄວາມສຳຄັນຂອງສັດນ້ຳ ເພື່ອຄວາມຍືນຍົງທາງລະບົບນິເວດຂອງພວກເຮົາ.

Ready to Get In Touch?

Phone Number

020 5964 4074

020 2228 6802

Email

info@econoxlaos.com

Social Media

Also Find Us On

Description of my image
Description of my image
We make environment solutions inclusive for everyone. Our aim is to embrace the innovative ideas into shaping the harmony of environmental conservation and development.

© Copyright - 2025 Econox Laos. All Rights Reserved.