Description of my image
ວັນເຕົ່າໂລກ ຫຼື World Turtle Day

ວັນເຕົ່າໂລກ ຫຼື World Turtle Day

Published: 23 May 2025

Type 03

,
🐢ເຕົ່າແມ່ນສັດເລືອຄານບູຮານ ທີ່ມີວິວັດທະນາການມາເປັນເວລາຫຼາຍກວ່າ 200 ລ້ານປີ ເຊິ່ງຖືວ່າເປັນສັດ ທີ່ມີອາຍຸຍືນຫຼາຍທີ່ສຸດ. ພວກມັນມີບົດບາດສຳຄັນໃນການຮັກສາຄວາມອຸດົມສົມບູນ ແລະ ຊີວະນານາພັນຂອງ ລະບົບນິເວດນ້ຳ ດ້ວຍການປະກອບສ່ວນເຂົ້າໃນການຊ່ວຍບົວລະບັດແມ່ນ້ໍາໃຫ້ສະອາດ, ຊ່ວຍຄວບຄຸມປະຊາກອນຂອງສັດນ້ໍາຂະຫນາດນ້ອຍ, ກະຈາຍພັນພືດທີ່ສໍາຄັນ ແລະ ຊ່ວຍໃນການຍ່ອຍສະຫຼາຍຊາກຊີ້ນສ່ວນສິ່ງທີ່ມີຊີວິດ.
🐢ເຖິງຢ່າງໃດກໍຕາມ, ເຕົ່າຫຼາຍຊະນິດຍັງຜະເຊີນໜ້າກັບໄພຂົ່ມຂູ່ຈາກການສູນເສຍຖິ່ນທີ່ຢູ່ອາໄສ, ການລ່າ-ການຄ້າຂາຍທີ່ຜິດກົດໝາຍ, ມົນລະພິດ ແລະ ການປ່ຽນແປງຂອງດິນຟ້າອາກາດ ເຮັດໃຫ້ມີຄວາມສ່ຽງທີ່ໃກ້ຈະສູນພັນ. ຈາກໄພຂົ່ມຂູ່ຕ່າງໆ, ເຕົ່າຈຶ່ງໄດ້ຖືກຈັດເຂົ້າເປັນສັດບັນຊີ 1 ຫຼື ບັນຊີຫວງຫ້າມ ທີ່ໄດ້ລະບຸໄວ້ໃນ ຂໍ້ຕົກລົງວ່າດ້ວຍ ການຮັບຮອງເອົາບັນຊີສັດນ້ຳ ແລະ ສັດປ່າ ໃນປີ 2021 ຂອງ ສປປ ລາວ.
🐢ບັນດາສັດນໍ້າທີ່ຈະຖືກຈັດເຂົ້າເປັນສັດບັນຊີ 1 ຫຼື ບັນຊີຫວງຫ້າມນັ້ນ ແມ່ນສັດນ້ຳທີ່ຫາຍາກ, ຖືກໄພຂົ່ມຂູ່, ມີຄວາມສ່ຽງຕໍ່ການສູນພັນ, ມີຄວາມສຳຄັນຕໍ່ລະບົບນິເວດ, ການທ່ອງທ່ຽວ ແລະ ການສຶກສາຄົ້ນຄວ້າ ດ້ານວິທະຍາສາດ ເຊິ່ງສັດເຫຼົ່ານັ້ນຕ້ອງໄດ້ມີການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາ. ຖ້າຫາກບຸກຄົນໃດຫາກ ລັກເອົາສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ ຫຼື ຊິ້ນສ່ວນ ແລະ ອະໄວຍະວະຕ່າງໆ ຂອງສັດ ເພື່ອຄ້າຂາຍ ຫຼື ມີໄວ້ໃນຄອບຄອງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 3,000,000 ກີບ ຫາ 10,000,000 ກີບ ຕາມ ປະມວນກົດໝາຍອາຍາ ມາດຕາ 334 ແລະ ມາດຕາອື່ນໆທີ່ກ່ຽວຂ້ອງ.
🐢ດັ່ງນັ້ນ, ໃນວັນທີ 23 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ມີການກຳນົດເປັນ ວັນເຕົ່າໂລກ ຫຼື World Turtle Day ເພື່ອເປັນການສ້າງຄວາມຕະໜັກຮູ້, ສົ່ງເສີມການອະນຸລັກເຕົ່າທີ່ມີຄວາມສ່ຽງ ແລະ ຜັນຂະຫຍາຍຄວາມໝາຍຄວາມສຳຄັນຂອງເຕົ່າຕໍ່ລະບົບນິເວດ.

Ready to Get In Touch?

Phone Number

020 5964 4074

020 2228 6802

Email

info@econoxlaos.com

Social Media

Also Find Us On

Description of my image
Description of my image
We make environment solutions inclusive for everyone. Our aim is to embrace the innovative ideas into shaping the harmony of environmental conservation and development.

© Copyright - 2025 Econox Laos. All Rights Reserved.