
ຮ່ວມສົ່ງຜົນງານ ການອອກແບບແຂ່ງຂັນ "ສະຫຼາກສີຂຽວຂອງ" ສປປ ລາວ “LAOS Green Label” Design Competition.
Published: 06 Mar 2024
Type 03
ສະຫຼາກສີຂຽວ ຫຼື ສະຫຼາກສິ່ງແວດລ້ອມ, ເປັນການຢັ້ງຢືນທາງດ້ານສິ່ງແວດລ້ອມໃຫ້ແກ່ຜະລິດຕະພັນ ຫຼື ການບໍລິການໃດໜຶ່ງ ທີ່ສົ່ງຜົນກະທົບທາງລົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ ເມື່ອທຽບໃສ່ກັບຜະລິດຕະພັນ ຫຼື ການບໍລິການທີ່ມີລັກສະນະຄ້າຍຄືກັນ. ສາມາດຊ່ວຍຜູ້ບໍລິໂພກ ໃນການເລືອກຜະລິດຕະພັນ ຫຼື ການບໍລິການທີ່ເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນ. ເປັນເຄື່ອງມືທີ່ມີຄຸນຄ່າໃນການເສີມສ້າງຄວາມຮັບຮູ້,ສົ່ງເສີມການເຂົ້າເຖິງຕະຫຼາດສໍາລັບຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ແລະ ການມີສ່ວນຮ່ວມຂອງຜູ້ບໍລິໂພກໃຫ້ເປັນໄປຕາມທິດທາງຍືນຍົງ.
1. ຈຸດປະສົງ
ການແຂ່ງຂັນອອກແບບກາໝາຍ (ໂລໂກ້) ສໍາລັບ ສະຫຼາກສີຂຽວ ຂອງ ສປປ ລາວ ແມ່ນມີຈຸດປະສົງເພື່ອ:
- ສ້າງກາໝາຍ (ໂລໂກ້) ເພື່ອໃຊ້ເປັນຕົວແທນໃຫ້ແກ່ການຢັ້ງຢືນ "ສະຫຼາກສີຂຽວ" ຂອງ ສປປ ລາວ ທີ່ສາມາດສື່ຄວາມໝາຍຂອງແນວຄວາມຄິດທີ່ມີຄວາມເປັນມິດກັບສິ່ງແວດລ້ອມ ແລະ ຄວາມຍືນຍົງໄດ້ ພ້ອມທັງເຮັດໜ້າທີ່ເປັນເຄື່ອງມືໃນການສື່ສານວຽກງານ ສະຫຼາກສີຂຽວ ຂອງ ສປປ ລາວ ໃຫ້ມີປະສິດຕິຜົນ.
- ສ້າງກາໝາຍ (ໂລໂກ້) ເພື່ອໃຊ້ຕິດຢູ່ໃນຜະລິດຕະພັນ ແລະ ການບໍລິການທີ່ໄດ້ຮັບການຢັ້ງຢືນສະຫຼາກສີຂຽວ ຂອງ ສປປ ລາວ, ກໍານັດໃຫ້ຜະລິດຕະພັນ ແລະ ການບໍລິການເຫຼົ່ານັ້ນໃຫ້ແຕກຕ່າງຈາກຜະລິດຕະພັນ ແລະ ການບໍລິການອື່ນໆ ແລະ ເຮັດໃຫ້ຜູ້ບໍລິໂພກ ແລະ ທຸລະກິດສາມາດສັງເກດໄດ້ງ່າຍ, ສົ່ງເສີມການປະຕິບັດທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ຊຸກຍູ້ໃຫ້ຜູ້ບໍລິໂພກເລືອກຊົມໃຊ້ຜະລິດຕະພັນ ແລະ ການບໍລິການແບບຍືນຍົງ.
- ເພື່ອເຜີຍແຜ່ ແລະ ສ້າງຄວາມຮັບຮູ້ໃຫ້ມະຫາຊົນກ່ຽວກັບຄວາມສໍາຄັນ ຂອງການບໍລິໂພກ ແລະການຜະລິດແບບຍືນຍົງ ແລະ ສະຫຼາກສີຂຽວ ໃນ ສປປ ລາວ.
2. ແນວຄວາມຄິດຂອງໂລໂກ້
ຜູ້ເຂົ້າແຂ່ງຂັນຄວນເອົາແນວຄວາມຄິດເຫລົ່ານີ້ມາພິຈາລະນາໃນເວລາອອກແບບໂລໂກ້:
- ໂລໄກ້ຕ້ອງສະແດງແນວຄວາມຄິດຂອງຄວາມຍືນຍົງ ແລະ ຄວາມເປັນມິດກັບສິ່ງແວດລ້ອມຂອງພະລິດຕະພັນ ແລະ ການບໍລິການ.
- ໂລໂກ້ຕ້ອງມີອົງປະກອບທີ່ສາມາດສະທ້ອນເຖິງຄວາມເປັນເອກະລັກຂອງ ສປປ ລາວ.
- ໂລໂກ້ຕ້ອງມີຂໍ້ຄວາມລະບຸເປັນພາສາລາວວ່າ “ສະຫຼາກສີຂຽວ” ແລະ ເປັນພາສາອັງກິດ "Lao Green Label".
- ການອອກແບບ ຈະບໍ່ມີການຈຳກັດຂະໜາດ ແລະ ຮູບຊົງຂອງໂລໂກ້, ຜູ້ເຂົ້າແຂ່ງຂັນສາມາດເລືອກຕົວອັກສອນ ແລະ ສີ ໃນການອອກແບບໂລໂກ້ໄດ້ຕາມຄວາມຕ້ອງການໃນການສະແດງຄວາມຄິດສ້າງສັນ ແລະ ນະວັດຕະກຳ ຂອງຜູ້ເຂົ້າແຂ່ງຂັນ
- ໂລໂກ້ ທີ່ສົ່ງເຂົ້າແຂ່ງຂັນ ຕ້ອງເປັນຜົນງານທີ່ອອກແບບຜ່ານຄອມພິວເຕີເທົ່ານັ້ນ
- ໂລໂກ້ ຕ້ອງເປັນການອອກແບບຕົ້ນສະບັບ ໂດຍບໍ່ມີອົງປະກອບໃດທີ່ສຳເນົາມາຈາກໂລໂກ້ ຫຼື ອົງປະກອບອື່ນໆທີ່ມີລິຂະສິດ.
3. ການສົ່ງຜົນງານເຂົ້າແຂ່ງຂັນ
- ການແຂ່ງຂັນແມ່ນເປີດຮັບຜົນງານໃນວັນທີ 06/03/2024 ແລະ ປິດຮັບສະໝັກຜົນງານໃນວັນທີ 25/03/2024 ເວລາ: 17:00ໂມງ (ຕາມເວລາຂອງ ສປປ ລາວ)
- ຜູ້ເຂົ້າແຂ່ງຂັນຕ້ອງສົ່ງເປັນໄຟລ໌ໂລໂກ້ທີ່ຕົນອອກແບບ ໃນນາມສະກຸນ JPEG ຫຼື PNG (ຂະໜາດ 2" x 2", 300dpi ຫຼື ຫຼາຍກວ່ານັ້ນ), ສະເພາະຜູ້ເຂົ້າແຂ່ງຂັນທີ່ໄດ້ຮັບລາງວັນຊະນະ ຈະຕ້ອງສົ່ງໄຟລ໌ການອອກແບບໃຫ້ແກ່ຄະນະຮັບຜິດຊອບຈັດການແຈ່ງຂັນ.
- ຜູ້ເຂົ້າແຂ່ງຂັນຕ້ອງອະທິບາຍຄວາມໝາຍ ແລະ ແນວຄວາມຄິດ ການອອກແບບໂລໂກ້ຂອງຕົນເອງຄັດຕິດມາພ້ອມໃນເວລາສົ່ງຜົນງານ (ລະຫວ່າງ 100 ຫາ 400 ຄໍາ).
- ຜູ້ເຂົ້າແຂ່ງຂັນຕ້ອງຕື່ມແບບຟອມສະໝັກອອນໄລນ໌ ແລະ ຄັດຕິດຜົນງານອອກແບບໂລໂກ້ ສະບັບດິຈິຕອນຂອງຕົນເອງ ເຂົາພ້ອມກັບຄໍາອະທິບາຍໃນບ່ອນສະໝັກ ກ່ອນວັນທີ 25/03/2024 ເວລາ 17:00 ໂມງ. ຜົນງານທີ່ຖືກສົ່ງເຂົ້າມາຫຼັງເວລາປິດຮັບສະໝັກຈະບໍ່ຖືກພິຈາລະນາ.
4. ເງື່ອນໄຂຜູ້ເຂົ້າແຂ່ງຂັນ
- ຜູ້ເຂົ້າສະໝັກແຂ່ງຂັນຕ້ອງເປັນຄົນລາວ ຫຼື ຕ່າງປະເທດກໍ່ໄດ້
- ບໍ່ມີການຈຳກັດອາຍຸຜູ້ເຂົ້າແຂ່ງຂັນ
- ຜູ້ເຂົ້າແຂ່ງຂັນສາມາດສົ່ງຜົນງານເຂົ້າແຂ່ງຂັນໃນນາມບຸກຄົນ, ກຸ່ມຄົນ ແລະ ບໍລິສັດໄດ້.
- ຜູ້ເຂົ້າແຂ່ງຂັນສາມາດສົ່ງຜົນງານຂອງໂຕເອງບໍກາຍ 1 ອັນເທົ່ານັ້ນ ສໍາລັບບຸກຄົນ, ກຸ່ມ ແລະ ບໍລິສັດ (ບໍສາມາດສົ່ງຫຼາຍກວ່າ 1 ຜົນງານ).
5. ເງື່ອນໄຂການຄັດເລືອກ
ຜົນງານທີ່ຖືກສົ່ງເຂົ້າແຂ່ງຂັນຈະຖືກປະເມີນໂດຍອີງໃສ່ເງື່ອນໄຂດັ່ງຕໍ່ໄປນີ້:
ທີ່ມາຂອງຄະແນນ |
ເງື່ອນໄຂ |
ສ່ວນຮ້ອຍການໃຫ້ຄະແນນ |
ຄະນະກຳມະການຕັດສິນ |
ຫົວຄິດປະດິດສ້າງ ແລະ ແນວຄວາມຄິດສ້າງສັນ (ຮູບແບບ, ຄວາມງາມ, ບໍ່ຊ້ຳໃຜ) |
20% |
ສື່ເຖິງ ຄຸນຄ່າຂອງຄວາມຍືນຍົງ, ຄວາມເປັນມິດຕໍ່ສິ່ງແວດລ້ອມ, ການບໍລິໂພກ ແລະ ການຜະລິດທີ່ມີຄວາມຮັບຜິດຊອບ |
40% | |
ສື່ເຖິງຄວາມເປັນເອກະລັກຂອງຄວາມເປັນລາວ |
20% | |
ມະຫາຊົນ |
ການໂຫວດໃຫ້ຄະແນນຈາກມະຫາຊົນ ຜ່ານທາງສື່ສັງຄົມອອນໄລ
1 like =1 point 1 share = 1 point
0-50 ຄະແນນ = 5 % 50-100 ຄະແນນ = 10% 100 - 200 ຄະແນນ = 15% >200 ຄະແນນ = 20%
|
20% |
ລວມທັງໝົດ |
100% |
Ready to Get In Touch?
Phone Number
020 5964 4074
020 2228 6802
info@econoxlaos.com