
ກຽມພົບກັບກິດຈະກໍາ ການແຂ່ງຂັນອອກແບບ "ສະຫຼາກສີຂຽວ" ຂອງ ສປປ ລາວ “LAOS Green Label” Design Competition.
Published: 29 Feb 2024
Type 03
ສະຫຼາກສີຂຽວ ຫຼື ສະຫຼາກສິ່ງແວດລ້ອມ, ເປັນການຢັ້ງຢືນທາງດ້ານສິ່ງແວດລ້ອມໃຫ້ແກ່ຜະລິດຕະພັນ ຫຼື ການບໍລິການໃດໜຶ່ງ ທີ່ສົ່ງຜົນກະທົບທາງລົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ ເມື່ອທຽບໃສ່ກັບຜະລິດຕະພັນ ຫຼື ການບໍລິການທີ່ມີລັກສະນະຄ້າຍຄືກັນ. ສາມາດຊ່ວຍຜູ້ບໍລິໂພກ ໃນການເລືອກຜະລິດຕະພັນ ຫຼື ການບໍລິການທີ່ເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນ. ເປັນເຄື່ອງມືທີ່ມີຄຸນຄ່າໃນການເສີມສ້າງຄວາມຮັບຮູ້,ສົ່ງເສີມການເຂົ້າເຖິງຕະຫຼາດສໍາລັບຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ແລະ ການມີສ່ວນຮ່ວມຂອງຜູ້ບໍລິໂພກໃຫ້ເປັນໄປຕາມທິດທາງຍືນຍົງ.
ການສົ່ງເສີມສິນຄ້າ ແລະ ການບໍລິການທີ່ເປັນມິດກັບສິ່ງແວດລ້ອມ ເປັນອີກແງ່ມຸມໜຶ່ງທີ່ສຳຄັນຂອງນະໂຍບາຍການບໍລິໂພກ ແລະ ການຜະລິດແບບຍືນຍົງຂອງ ສປປ ລາວ. ໂດຍສະເພາະແມ່ນຢູ່ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (2021-2025) ແລະ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຮອດປີ 2030 ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງໃນຂະບວນການພັດທະນາໄປຕາມທິດທາງສີຂຽວ ແລະ ຍືນຍົງ.
ປັດຈຸບັນ, ລັດຖະບານແຫ່ງ ສປປ ລາວ ໂດຍສະເພາະກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພວມຢູ່ໃນຂັ້ນຕອນເບື້ອງຕົ້ນຂອງການສ້າງຕັ້ງໂຄງການ ສະຫຼາກສີຂຽວ ໃນ ສປປ ລາວ, ໂດຍເນັ້ນໃສ່ ສະຫຼາກສີຂຽວປະເພດ 1, ໂດຍມີການບໍລິໂພກ ແລະ ການຜະລິດແບບຍືນຍົງຢູ່ໃນ 5 ປະເທດຂອງອາຊີ - ເປັນຜູ້ສະໜັບສະໜູນລັດຖະບານລາວໃນການຮ່າງຂໍ້ຕົກລົງວ່າດ້ວຍສະຫຼາກສີຂຽວ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງລະບົບສະຫຼາກສີຂຽວຢູ່ໃນ ສປປ ລາວ.
ການສ້າງກາໝາຍ (ໂລໂກ້) ເພື່ອເປັນຕົວແທນ ຫຼື ເປັນເຄື່ອງໝາຍໃຫ້ແກ່ການຢັ້ງຢືນສະຫຼາກສີຂຽວ ເປັນສິ່ງໜຶ່ງທີ່ຈຳເປັນ ແລະ ສຳຄັນ ທີ່ຈະຊ່ວຍໃຫ້ຜູ້ບໍລິໂພກ, ຜູ້ຜະລິດ ລວມທັງຫົວໜ່ວຍທຸລະກິດ ສາມາດຮັບຮູ້ ແລະ ຈຳແນກໄດ້ວ່າ ຜະລິດຕະພັນ ຫຼື ການບໍລິການໃດທີ່ໄດ້ຮັບການຢັ້ງຢືນສະຫຼາກສີຂຽວ.
ສໍາລັບຜູ້ທີ່ສົນໃຈທີ່ຢາກຈະເຂົ້າຮ່ວມສົ່ງຜົນງານ ສາມາດຕິດຕາມການເຄື່ອນໄຫວຂອງກິດຈະກໍານີ້ຂອງພວກເຮົາໄດ້ຜ່ານທາງ Facebook Page ແລະ Website Econox Laos.
Ready to Get In Touch?
Phone Number
020 5964 4074
020 2228 6802
info@econoxlaos.com