Description of my image
✨ວັນທີ 23 ກໍລະກົດ 2024 ທີ່ຜ່ານມາ, ທີມງານຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ຈັດການເຝິກອົບຮົມໃຫ້ກັບບັນດານ້ອງໆໄວໜຸ່ມ.

✨ວັນທີ 23 ກໍລະກົດ 2024 ທີ່ຜ່ານມາ, ທີມງານຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ຈັດການເຝິກອົບຮົມໃຫ້ກັບບັນດານ້ອງໆໄວໜຸ່ມ.

Published: 23 Jul 2024

Type 03

.

 

[English below]
✨ວັນທີ 23 ກໍລະກົດ 2024 ທີ່ຜ່ານມາ, ທີມງານຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ຈັດການເຝິກອົບຮົມໃຫ້ກັບບັນດານ້ອງໆໄວໜຸ່ມ.
🌥ໃນພາກແລງ ພວກເຮົາໄດ້ສືບຕໍ່ການເຝິກອົບຮົມໃຫ້ກັບໄວໜຸ່ມໃນຫ້ອງຮຽນພິເສດຫົວຂໍ້ອົບຮົມທີ 14, ເຝິກອົບຮົມໃນຄັ້ງນີ້ ໄດ້ເຮັດໃຫ້ໄວໜຸ່ມເຂົ້າຮ່ວມກິດຈະກໍາ ແລະ ແລກປ່ຽນຄວາມຮູ້ກັບຜູ້ບັນຍາຍ: ທ່ານ. ອຈ. ປອ ເພັດລາສີ ສຸລະເດດ, ຫົວໜ້າພະແນກຄົ້ນຄ້ວາ ແລະ ບໍລິການວິຊາການ, ຈາກຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ທີ່ມາໃນຫົວຂໍ້: ຄວາມຫຼາກຫຼາຍຂອງພັນພືດ ໃນ ສປປ ລາວ ແລະ ຄວາມພະຍາຍາມ ໃນວຽກງານອະນຸລັກພັນພືດ. 🌿🍀
🌎ການ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ໃນ​ລະຫວ່າງ​ການ​ເຝິກອົບຮົມດັ່ງກ່າວ​ແມ່ນ​ ມີ​ຄຸນຄ່າ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ​ໄວ​ໜຸ່ມ, ເພື່ອເປັນປະໂຫຍດໃຫ້ກັບນ້ອງໆໄປປັບໃຊ້ໃນການເຮັດວຽກຕົວຈິງໃນອະນາຄົດ.
💚ພາຍໃນກິດຈະກຳກໍໄດ້ເຕັມໄປດ້ວຍສີສັນ, ຄວາມກະຕືລືລົ້ນ,​ ຄວາມມ່ວນຊື່ນ, ຜູ້ເຂົ້າຮ່ວມໄດ້ມີໂອກາດສຳພັດ ແລະ ເຫັນພັນພືດບາງຊະນິດທີ່ທາງຜູ້ບັນຍາຍນຳມາເປັນຕົວຢ່າງ ແລະ ໄດ້ຮ່ວມແລກປ່ຽນກ່ຽວກັບຂະບວນການເກັບພັນພືດເພື່ອນຳມາສຶກສາ ແລະ ທີ່ຂາດບໍ່ໄດ້ກໍ່ຄືຄູ່ຮ່ວມງານຂອງພວກເຮົາ Lab de Lines ທີ່ໃຫ້ການສະໜັບສະໜູນສະຖານທີ ແລະ ອຳນວຍຄວາມສະດວກໃຫ້ກັບນ້ອງໆຜູ້ເຂົ້າຮ່ວມໂຄງການຂອງພວກເຮົາ.
----------------------------------------------------------------------------------
✨On July 23, 2024, the project implementation team, Association Anoulak, and Econox Laos organized a training session for young participants.
🌥In the evening, we continued with Module 14, allowing participants to engage in activities and exchange knowledge with lecturers. Ph.D. Phetlasy Souladeth, Head of the Scientific Research and Technical Services Department from the Faculty of Forest Science at the National University of Laos, presented on Lao vegetation diversity and conservation efforts.🍀🌿
🌎The exchange of ideas during the training is invaluable for the young participants, providing them with knowledge and skills that will be useful in their future.
💚The event was vibrant, enthusiastic, and fun, with participants having the opportunity to touch and see some of the plant varieties that the lecturer brought as examples. They also shared experiences in the process of collecting plant varieties for study. We are grateful to our partner, Lab de Lines - Coworking Space, for their support in providing the venue and facilitating the participants throughout our program.

Ready to Get In Touch?

Phone Number

020 5964 4074

020 2228 6802

Email

info@econoxlaos.com

Social Media

Also Find Us On

Description of my image
Description of my image
We make environment solutions inclusive for everyone. Our aim is to embrace the innovative ideas into shaping the harmony of environmental conservation and development.

© Copyright - 2025 Econox Laos. All Rights Reserved.