.



ວັນທີ 24 ກໍລະກົດ 2024 ທີ່ຜ່ານມາ, ທີມງານຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ຈັດການເຝິກອົບຮົມໃຫ້ກັບບັນດານ້ອງໆໄວໜຸ່ມ.

ໃນພາກເຊົ້າ ພວກເຮົາໄດ້ສືບຕໍ່ການເຝິກອົບຮົມໃຫ້ກັບໄວໜຸ່ມໃນຫ້ອງຮຽນພິເສດຫົວຂໍ້ອົບຮົມທີ 15, ເຝິກອົບຮົມໃນຄັ້ງນີ້ ໄດ້ເຮັດໃຫ້ໄວໜຸ່ມເຂົ້າຮ່ວມກິດຈະກໍາ ແລະ ແລກປ່ຽນຄວາມຮູ້ກັບຜູ້ບັນຍາຍ: ທ່ານ. ບຸນລ້ຽງ ພັນທະປັນຍາ, CEO of
Startnovation, ທີ່ມາໃນຫົວຂໍ້: ທັກສະການນຳສະເໜີ, ສະແດງຄວາມຄິດເຫັນຜ່ານຮູບພາບ ແລະ ສຽງ. ການແລກປ່ຽນຄວາມຄິດຄວາມເຫັນໃນລະຫວ່າງການເຝິກອົບຮົມດັ່ງກ່າວ ແມ່ນມີຄຸນຄ່າໃຫ້ແກ່ຜູ້ເຂົ້າຮ່ວມໄວໜຸ່ມ, ເພື່ອເປັນປະໂຫຍດໃຫ້ກັບນ້ອງໆໄປປັບໃຊ້ໃນການເຮັດວຽກຕົວຈິງໃນອະນາຄົດ.


ພາຍໃນກິດຈະກຳກໍໄດ້ເຕັມໄປດ້ວຍສີສັນ, ຄວາມກະຕືລືລົ້ນ, ຄວາມມ່ວນຊື່ນ, ຜູ້ເຂົ້າຮ່ວມແຕ່ລະຄົນ ໄດ້ມີໂອກາດທົດລອງນຳສະເໜີການຂາຍ ດ້ວຍການສະແດງຄວາມຄິດເຫັນຜ່ານຮູບພາບ ແລະ ສຽງ ພາຍໃນ 10 ນາທີ ໃນການນຳສະເໜີ ແລະ ທີ່ຂາດບໍ່ໄດ້ກໍ່ຄືຄູ່ຮ່ວມງານຂອງພວກເຮົາ Lab de Lines ທີ່ໃຫ້ການສະໜັບສະໜູນສະຖານທີ ແລະ ອຳນວຍຄວາມສະດວກໃຫ້ກັບນ້ອງໆຜູ້ເຂົ້າຮ່ວມໂຄງການຂອງພວກເຮົາ.

----------------------------------------------------------------------------------

On July 24, 2024, the project implementation team,
Association Anoulak, and Econox Laos organized a training session for young participants.

In the morning, we continued training young people in Module 15. This session allowed participants to engage in activities and exchange knowledge with lecturers. Mr. Bounlieng Phanthapanya, CEO of Startnovation, presented pitching skills, demonstrating how to convey ideas through visuals and sound. The exchange of ideas during the event was invaluable for the young participants, providing them with knowledge and skills that will be useful in their future.


The event was vibrant, enthusiastic, and fun, with participants having the opportunity to try out a sales presentation, showcasing their ideas through visuals and sound within 10 minutes. Crucial to our success was our partner, Lab de Lines - Coworking Space, for their support in providing the venue and facilitating the participants throughout our program.
