.




ວັນທີ 24 ກໍລະກົດ 2024 ທີ່ຜ່ານມາ, ທີມງານຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ຈັດການເຝິກອົບຮົມໃຫ້ກັບບັນດານ້ອງໆໄວໜຸ່ມ.

ພາຍໃນກິດຈະກຳກໍໄດ້ເຕັມໄປດ້ວຍສີສັນ, ຄວາມກະຕືລືລົ້ນ, ຄວາມມ່ວນຊື່ນ, ຜູ້ເຂົ້າຮ່ວມໄດ້ມີໂອກາດແລກປ່ຽນຄວາມຮູ້ວ່າເປັນຫຍັງສື່ຈຶ່ງສຳຄັນຕໍ່ການອະນຸລັກ, ການເລົ່າເລື່ອງ ແລະ ການຂຽນຫົວຂໍ້ຂ່າວແນວໃດໃຫ້ໜ້າສົນໃຈ, ອົງປະກອບໃນການອອກແບບ, ການສື່ສານດ້ວຍຮູບພາບ, ການອອກແບບເຄື່ອງມືສື່ສານ ແລະ ທີ່ຂາດບໍ່ໄດ້ກໍ່ຄືຄູ່ຮ່ວມງານຂອງພວກເຮົາ Lab de Lines ທີ່ໃຫ້ການສະໜັບສະໜູນສະຖານທີ ແລະ ອຳນວຍຄວາມສະດວກໃຫ້ກັບນ້ອງໆຜູ້ເຂົ້າຮ່ວມໂຄງການຂອງພວກເຮົາ.
----------------------------------------------------------------------------------

On July 24, 2024, the project implementation team,
Association Anoulak and Econox Laos, organized a training session for young participants.

The event was vibrant, enthusiastic, and enjoyable. Participants had the opportunity to discuss why media is important for conservation, storytelling techniques, how to write captivating headlines, design elements, visual communication, and the creation of media tools. Indispensable to our success was our partner,
Lab de Lines - Coworking SpaceL, which supported the venue and facilitated the participants throughout our program.