Description of my image
ວິທີການຫຼິ້ນປີໃໝ່ແນວໃດ ໃຫ້ເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມຮັບຜິດຊອບຕໍ່ກັບສັງຄົມ ເຊິ່ງປະກອບດ້ວຍ 5 ວິທີ

ວິທີການຫຼິ້ນປີໃໝ່ແນວໃດ ໃຫ້ເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມຮັບຜິດຊອບຕໍ່ກັບສັງຄົມ ເຊິ່ງປະກອບດ້ວຍ 5 ວິທີ

Published: 11 Apr 2025

Type 03

.
✨ບຸນປີໃໝ່ລາວ ເປັນງານບຸນປະເພນີທີ່ມີການສະເຫຼີມສະຫຼອງຢ່າງຟົດຟື້ນຕັ້ງແຕ່ເໜືອເຖິງໃຕ້, ເຊິ່ງໄດ້ຈັດຂຶ້ນໃນທຸກໆປີ ເລີ່ມແຕ່ວັນທີ 14 ຫາ 16 ເດືອນເມສາ. ເທສະການສຳຄັນນີ້ບໍ່ໄດ້ມີການຈຳກັດຢູ່ພຽງ ແຕ່ປະເທດລາວເທົ່ານັ້ນ, ແຕ່ບັນດາປະເທດໃກ້ຄຽງເຊັ່ນ: ປະເທດໄທ, ກຳປູເຈຍ ແລະ ມຽນມາ ກໍໄດ້ມີການສະເຫຼີມສະຫຼອງ ປະເພນີດັ່ງກ່າວໃນລັກສະນະທີ່ຄ້າຍກັນ ຂຶ້ນກັບບໍລິບົດຂອງແຕ່ລະທ້ອງຖິ່ນ.
✨ເມື່ອເວົ້າເຖິງບຸນປະເພນີດັ່ງກ່າວ, ພວກເຮົາມັກຈະຄິດເຫັນການສົງນ້ຳພະ, ການຕົບພະທາດຊາຍ, ແລະ ທີ່ສຳຄັນແມ່ນການຫຼິ້ນນ້ຳ ຊ່ວງອາກາດທີ່ຮ້ອນ ໃນກາງເດືອນເມສາ ເຊິ່ງຖືເປັນໝາກຫົວໃຈຂອງເທສະການນີ້. ແນວໃດກໍຕາມ, ໂລກຂອງພວກເຮົາໃນປະຈຸບັນ ກຳລັງຜະເຊີນໜ້າກັບພາວະໂລກຮ້ອນ ເຊິ່ງທຸກປະເທດທົ່ວ ໂລກຜະເຊີນກັບບັນຫາ “ໄພແຫ້ງແລ້ງ” ສົ່ງຜົນໃຫ້ນ້ຳໃນການອຸປະໂພກ ແລະ ບໍລິໂພກມີຈຳນວນທີ່ຫຼຸດໜ້ອຍລົງ. ພ້ອມນັ້ນ,​ ບັນຫາຂີ້ເຫຍື້ອກໍຍັງເປັນສິ່ງທ້າທ້າຍຕໍ່ກັບເທສະການດັ່ງກ່າວ.
🌎ຈາກຄວາມທ້າທ້າຍເຫຼົ່ານີ້, ພວກເຮົາ Econox Laos ຂໍຖືໂອກາດມາແລກປ່ຽນ ວິທີການຫຼິ້ນປີໃໝ່ແນວໃດ ໃຫ້ເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມຮັບຜິດຊອບຕໍ່ກັບສັງຄົມ ເຊິ່ງປະກອບດ້ວຍ 5 ວິທີ ດັ່ງຕໍ່ໄປນີ້:
♻ຖືຕຸກນ້ຳ ແລະ ຈອກທີ່ສາມາດໃຊ້ຊ້ຳໄດ້: ເພື່ອເປັນການຫຼີກລ່ຽງ ແລະ ການຫຼຸດຜ່ອນການນຳໃຊ້ຕຸກນ້ຳ ແລະ ຈອກທີ່ເປັນປະເພດ ປລາສຕິກທີ່ນຳໃຊ້ຄັ້ງດຽວ.
🪣ປ່ຽນຈາກການຊື້ປືນສີດນ້ຳໃໝ່ຫັນປ່ຽນມາໃຊ້ໂອ ແລະ ຂັນແທນ ເຊິ່ງສາມາດນຳເອົາໂອ ແລະ ຂັນມາໃຊ້ປະໂຫຍດພາຍໃນຄົວເຮືອນໄດ້ ພາຍຫຼັງຈາກກິດຈະກຳດັ່ງກ່າວ.
✅ຖິ້ມຂີ້ເຫຍື້ອໃຫ້ຖືກວິທີ: ບັນຫາສິ່ງເສດເຫຼືອຍັງເປັນສິ່ງທ້າທ້າຍໃນທຸກເທສະການ ແລະ ຈະເປັນການດີຖ້າ ພວກເຮົາຊ່ວຍກັນຖິ້ມຂີ້ເຫຍື້ອໃຫ້ຖືກຈຸດ ແລະ ຖືກວິທີ ເຊິ່ງຈະງ່າຍຕໍ່ກັບການຈັດ ການສິ່ງເສດເຫຼືອ.
🚌ຫຼຸດຜ່ອນການຊົມໃຊ້ພາຫະນະຫຼາຍຄັນຫາກໄປສະຖານທີ່ດຽວກັນ:ການເດີນທາງດ້ວຍພາຫະນະເຊື້ອໄຟ ເປັນໜຶ່ງໃນຕົວກໍ່ມົນລະພິດທີ່ສົ່ງຜົນໃຫ້ອາກາດເປັນພິດ ແລະ ກະທົບຕໍ່ການສູດດົມອາກາດ ບໍລິສຸດຂອງພວກເຮົາ. ດ້ວຍເຫດນີ້, ການເດີນທາງຮ່ວມກັນຈຶ່ງເປັນອີກທາງເລືອກໜຶ່ງທີ່ສາມາດປະຫຍັດນ້ຳມັນ ແລະ ຫຼຸດຜ່ອນການປ່ອຍມົນລະພິດ.
💧ຫຼິ້ນນ້ຳແບບປະຫຍັດ: ໃຊ້ນໍ້າໃນປະລິມານທີ່ເໝາະສົມ, ຈຳກັດເວລາໃນການຊົມໃຊ້ ເພື່ອເປັນການບໍ່ໃຊ້ນ້ຳເກີນຄວາມຈຳເປັນ.
📣ພຽງແຕ່ 5 ວິທີນີ້ ພວກທ່ານກໍສາມາດມ່ວນຊື່ນກັບບຸນປະເພນີວັດທະນາທຳຂອງພວກເຮົາ ຄຽງຄູ່ການຫຼິ້ນແບບມີຄວາມຮັບຜີດຊອບ ແລະ ໃສ່ໃຈຕໍ່ສິ່ງແວດລ້ອມ.

Ready to Get In Touch?

Phone Number

020 5964 4074

020 2228 6802

Email

info@econoxlaos.com

Social Media

Also Find Us On

Description of my image
Description of my image
We make environment solutions inclusive for everyone. Our aim is to embrace the innovative ideas into shaping the harmony of environmental conservation and development.

© Copyright - 2025 Econox Laos. All Rights Reserved.