☕ຈາກກາກກາເຟທີ່ເປັນສິ່ງເສດເຫຼືອຫັນປ່ຽນສູ່ການເພີ່ມມູນຄ່າທາງເສດຖະກິດ ແລະ ສັງຄົມ,ໜື່ງໃນແນວຄວາມ ຄິດຂອງທີມທີ່ຊະນະການແຂ່ງຂັນນຳສະເໜີແນວຄວາມຄິດ ເພື່ອແກ້ໄຂບັນຫາຊີວະນາໆພັນ ຂອງໂຄງການ “ຊາວໜຸ່ມລາວ ໃນພາລະກິດປົກປັກ ຮັກສາທຳມະຊາດ” ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ.♻️
.



[English below]

ຈາກກາກກາເຟທີ່ເປັນສິ່ງເສດເຫຼືອຫັນປ່ຽນສູ່ການເພີ່ມມູນຄ່າທາງເສດຖະກິດ ແລະ ສັງຄົມ,ໜື່ງໃນແນວຄວາມ ຄິດຂອງທີມທີ່ຊະນະການແຂ່ງຂັນນຳສະເໜີແນວຄວາມຄິດ ເພື່ອແກ້ໄຂບັນຫາຊີວະນາໆພັນ ຂອງໂຄງການ “ຊາວໜຸ່ມລາວ ໃນພາລະກິດປົກປັກ ຮັກສາທຳມະຊາດ” ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ.


ຍິ່ງໄປກວ່ານັ້ນ, ໂຄງການດັ່ງກ່າວບໍ່ພຽງແຕ່ຫຼຸດຜ່ອນສິ່ງເສດເຫຼືອເທົ່ານັ້ນ ແຕ່ຍັງເປັນການສ້າງລາຍໄດ້ ແລະ ທັກສະໃຫ້ກັບຄົນພິການຫຼາຍຂຶ້ນ. ເພື່ອໃຫ້ໂຄງການດັ່ງກ່າວມີຄວາມຍືນຍົງ, ທາງທີມງານຈະໄດ້ມີການສ້າງ “ຊຸດເຄື່ອງມື Grow Coffee Ground” ເພື່ອເປັນບ່ອນອີງໃຫ້ແກ່ຊຸມຊົນໃນການຮຽນຮູ້ການປູກເຫັດ ແລະ ການຜະລິດປຸ້ຍຂີ້ກະເດືອນ.

ໃນໄລຍະທີ່ຜ່ານມາ, ທາງໂຄງການໄດ້ລົງໄປຢ້ຽມຢາມ ແລະ ສຳຫຼວດພື້ນທີ່ສຳລັບ ການປູກເຫັດ ແລະ ລ້ຽງຂີ້ກະເດືອນ, ທີ່ສູນຫັດຖະກຳຄົນພິການ ແລະ ຊົນເຜົ່າ ເພື່ອເປັນການກະກຽມຄວາມພ້ອມກ່ອນ ການດຳເນີນກິດຈະກຳຕົວຈິງ ໂດຍສະມາຊິກພາຍໃນທີມ ແລະ ທາງທີມຂອງສູນຊົນເຜົ່າ ໄດ້ຮ່ວມພາກັນລົງເກັບກຳຂໍ້ມູນພື້ນຖານໃນການກະກຽມແຜນຜະລິດ ແລະ ຮ່ວມປຶກສາຫາລື ເພື່ອໃຫ້ການດຳເນີນການໃນອະນາຄົດໃຫ້ປະສົບຜົນສຳເລັດ. ນອກຈາກນີ້, ທາງທີມ Grow Coffee Ground ກໍໄດ້ມີການຮັບອາສາສະໝັກເພື່ອຊ່ວຍໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນຫຼາຍທີ່ສຸດ.

ໂຄງການຂອງທີມ Grow Coffee Ground ຖືເປັນໜື່ງໃນໝາກຜົນຈາກການແຂ່ງຂັນນຳສະເໜີແນວຄວາມຄິດ ເພື່ອແກ້ໄຂບັນຫາຊີວະນາໆພັນ ຫຼື Biodiversity Hackathon ຂອງໂຄງການ “ຊາວໜຸ່ມລາວ ໃນພາລະກິດປົກປັກຮັກສາທຳມະຊາດ” ທີ່ດຳເນີນການແຂ່ງຂັນໃນຊ່ວງປີ 2024 ທີ່ຜ່ານມາ ແລະ ໄດ້ຮັບສະໜັບສະໜູນຫຼັກ ໂດຍ ສະຖານທູດເຢຍລະມັນ ປະຈໍາລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສົ່ງເສີມບັນດາແນວຄິດຂອງໄວໜຸ່ມແຕ່ລະທີມ ໃນການນຳໄປຈັດຕັ້ງປະຕິບັດເພື່ອ ໃຫ້ເກີດຜົນປະໂຫຍດ ສູງສຸດແກ່ສັງຄົມ.

ສາມາດຕິດຕາມຂ່າວສານກັບພວກເຮົາ ວ່າຄັ້ງຕໍ່ໄປຈະເອົາທີມໃດມາອັບເດດກ່ຽວກັບການດໍາເນີນກິດຈະກໍາຂອງເຂົາເຈົ້າ.
—--------------------------------------

From coffee grounds as waste to adding economic and social value this is one of the winning ideas from the Biodiversity Hackathon part of the Lao Youth on a Mission for Nature Conservation 2024 (LYoM 2024) project. The event was organized in collaboration with Association Anoulak and Econox Laos.


Furthermore, the project not only reduces waste but also creates income and skill-building opportunities for more people with disabilities. To ensure sustainability, the team plans to develop a “Grow Coffee Ground Toolkit” a resource for communities to learn how to grow mushrooms and produce earthworm fertilizer.

Recently, the team visited and surveyed the Handicraft Center for the Disabled and Ethnic Groups to assess the area for mushroom cultivation and earthworm farming in preparation for project implementation. Team members collaborated with the center’s staff to gather essential information, develop a production plan, and discuss strategies to ensure the success of future operations. Additionally, the Grow Coffee Ground team has recruited volunteers to support project execution and maximize its impact.

The Grow Coffee Ground project is one of the outcomes of the Biodiversity Hackathon under the “Lao Youth in the Mission to Protect and Preserve Nature” project, which took place in 2024 and the event was supported by the German Embassy in Laos for their generous support and dedication to fostering innovation and empowering youth to turn their ideas into impactful solutions for society.

Stay tuned to see which team will be featured next as we update you on their activities!