
ພວກເຮົາທີມງານອີໂຄນັອກສ໌ລາວ ໄດ້ເຂົ້າຮ່ວມ "ກອງປະຊຸມວຽກງານຕ້ານການຄ້າສັດປ່າ ຢູ່ ສປປ ລາວ" ທີ່ ໂຮງແຮມ ລິຊ່າ ແກຮນ ວັງວຽງ ໃນວັນທີ 21-22 ພະຈິກ 2023.
Published: 22 Nov 2023
Type 03
.
ພາຍໃນວັນທີ 21-22 ພະຈິກ 2023 ທີ່ຜ່ານມານີ້, ພວກເຮົາທີມງານອີໂຄນັອກສ໌ລາວ ໄດ້ເຂົ້າຮ່ວມ "ກອງປະຊຸມວຽກງານຕ້ານການຄ້າສັດປ່າ ຢູ່ ສປປ ລາວ" ທີ່ ໂຮງແຮມ ລິຊ່າ ແກຮນ ວັງວຽງ.
ໃນກອງປະຊຸມຄັ້ງນີ້ ກໍໄດ້ມີຫຼາຍພາກສ່ວນເຂົ້າຮ່ວມ ບໍ່ວ່າຈະເປັນພາກສ່ວນລັດ, ເອກະຊົນ, ສະຖານທູດ, ອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງເອກະຊົນເຂົ້າຮ່ວມ ເພື່ອ ແລກປ່ຽນ ແລະ ນຳສະເໜີຜົນງານຂອງ ກົມກວດກາປ່າໄມ້ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະ 1 ປີ ທີ່ຜ່ານມາ. ນອກຈາກນັ້ນ, ທຸກພາກສ່ວນທີ່ເຂົ້າຮ່ວມງານ ກໍໄດ້ສົນທະນາ ສ້າງຍຸດທະສາດດ້ານວຽກງານຕ້ານການຄ້າສັດປ່າຢູ່ ສປປ ລາວ ປີ 2035.
ເຊິ່ງໃນງານຄັ້ງນີ້ ແມ່ນເຕັມໄປດ້ວຍຄວາມຄຶກຄື້ນ, ທຸກພາກສ່ວນທີ່ເຂົ້າຮ່ວມໄດ້ແບ່ງປັນ ປະສົບການ ທັງຄວາມສຳເລັດ-ຂໍ້ທ້າທາຍ ທີ່ໄດ້ພົບເຈີ ແລະ ກໍໄດ້ຫາທາງແກ້ໄຂຊ່ວຍກັນ ເພື່ອເປັນການຜັນຂະຫຍາຍໃຫ້ ກົມກວດກາປ່າໄມ້ ປັບປຸງເພື່ອນຳໃຊ້ໃນປີຕໍ່ໄປ.
ພ້ອມດຽວກັນນັ້ນ, ກໍໄດ້ສ້າງເຄືອຂ່າຍ ລະຫວ່າງບັນດາພາກສ່ວນທີ່ເຮັດວຽກດ້ານ ຕ້ານການຄ້າ-ຂາຍ ສັດປ່າ ໃນລາວໃຫ້ມີຄວາມແໜ້ນແຟ້ນຫລາຍຂຶ້ນ.
ຂໍຂອບໃຈ ທີມງານ ກົມກວດກາປ່າໄມ້, GIZ ທີ່ໄດ້ຈັດງານຄັ້ງນີ້ຂຶ້ນ ແລະ ຂໍຂອບໃຈ ບໍລິສັດ ຄາລິຕັສ ທີ່ໄດ້ມາເປັນຄູຝຶກເຮັດໃຫ້ການຝຶກອົບຮົມຄັ້ງນີ້ເຕັມໄປດ້ວຍຄວາມມ່ວນຊື່ນ.
Ready to Get In Touch?
Phone Number
020 5964 4074
020 2228 6802
info@econoxlaos.com