ງານສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ປະຈຳປີ 2024 ພາຍໃຕ້ຄຳຂວັນ “ການຟື້ນຟູທີ່ດິນ, ເພີ່ມຖິ່ນທີ່ຢູ່ອາໄສ, ຕ້ານໄພແຫ້ງແລ້ງ ແລະ ການກາຍເປັນທະເລຊາຍ”, ທີ່ຄະນະວິທະຍາສາດສິ່ງແວດລ້ອມ (ວິທະຍາເຂດດົງໂດກ), ມະຫາວິທະຍາໄລແຫ່ງຊາດ.
.



ມື້ວານນີ້, ພວກເຮົາທີມງານ ອີໂຄນັອກສ໌ ລາວໄດ້ເຂົ້າຮ່ວມ ງານສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ປະຈຳປີ 2024 ພາຍໃຕ້ຄຳຂວັນ “ການຟື້ນຟູທີ່ດິນ, ເພີ່ມຖິ່ນທີ່ຢູ່ອາໄສ, ຕ້ານໄພແຫ້ງແລ້ງ ແລະ ການກາຍເປັນທະເລຊາຍ”, ທີ່ຄະນະວິທະຍາສາດສິ່ງແວດລ້ອມ (ວິທະຍາເຂດດົງໂດກ), ມະຫາວິທະຍາໄລແຫ່ງຊາດ.

ເຊິ່ງພາຍໃນງານເຕັມໄປດ້ວຍຫຼາກຫຼາຍກິດຈະກຳເຊັ່ນ: ຂະບວນການຍ່າງເພື່ອສຸຂະພາບ ແລະ ເກັບຂີ້ເຫຍື້ອ, ການສະແດງບົດຟ້ອນ, ອ່ານສານວັນສິ່ງແວດລ້ອມໂລກ, ການມອບໃບກຽດຕິຄຸນໃຫ້ຜູ້ສະໜັບສະໜູນ, ປູກຕົ້ນໄມ້, ການແຂ່ງຂັນປະກວດອາຫານ, ແຂ່ງຂັນຕອບຄຳຖາມວິທະຍາສາດກ່ຽວກັບສິ່ງແວດລ້ອມ ແລະ ການສຳມະນາໃນ 3 ຫົວຂໍ້ຄື: ການດຳເນີນການຂອງສະຫະພາບເອີຣົບກັບການຟື້ນຟູພູມສັນຖານ, ການຕ້ານການເປັນທະເລຊາຍ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ຄວາມທ້າທາຍຂອງບັນຫາການຕັດໄມ້ທຳລາຍປ່າ ແລະ ວິທີການແກ້ໄຂບັນຫາເພື່ອຄວາມຍືນຍົງ.
-----------------------------------------------------------------

Yesterday, the Econox team participated in the celebration of World Environment Day 2024 under the slogan "Land restoration, increasing habitats, combating drought, and desertification" at the Faculty of Environmental Sciences (Dong Dok Campus), National University of Laos.

The event was brimming with various activities, including walking for health and collecting garbage, performing poetry, reading about World Environment Day, awarding certificates to supporters, planting trees, hosting a food contest, answering scientific questions about the environment, and conducting seminars on three topics: the European Union's actions to restore the landscape, combating desertification and adapting to climate change, the challenge of deforestation, and strategies to promote sustainability.