✨ສົ່ງທ້າຍເດືອນ ມີນາທີ່ຜ່ານມາດ້ວຍການຕ້ອນຮັບທ່ານ Alvin Wee ຈາກ Institute of Technical Education, Nanyang Technological University, ປະເທດ ສິງກະໂປ
.
[English below]

ສົ່ງທ້າຍເດືອນ ມີນາທີ່ຜ່ານມາດ້ວຍການຕ້ອນຮັບທ່ານ Alvin Wee ຈາກ Institute of Technical Education, Nanyang Technological University, ປະເທດ ສິງກະໂປ ທີ່ໄດ້ໃຫ້ກຽດມາຢ້ຽມຢາມຫ້ອງການຂອງພວກເຮົາ, ເມື່ອວັນທີ 31 ມີນາ 2025.

ການພົບປະໃນຄັ້ງນີ້ຖືເປັນໂອກາດທີ່ສຳຄັນໃນການແລກປ່ຽນຄວາມຮູ້ ແລະ ທຳຄວາມຮູ້ຈັກກ່ຽວກັບໜ້າວຽກຂອງ ທັງສອງຝ່າຍ ເພື່ອຊອກຫາທ່າແຮງໃນການຮ່ວມມືກັນ. ຍິ່ງກວ່ານັ້ນ, ພວກເຮົາຍັງໄດ້ມີການປຶກສາຫາລື ເຖິງຄວາມເປັນໄປໄດ້ກ່ຽວກັບແຜນການໃນອະນາຄົດ, ລວມທັງແນວຄວາມຄິດລິເລີ່ມ ການມີສ່ວນຮ່ວມຂອງນັກສຶກສາ ຜ່ານການແລກປ່ຽນປະຕິບັດຕົວຈິງໃນໜ້າວຽກທີ່ພວກເຮົາໄດ້ດຳເນີນຈັດ ຕັ້ງປະຕິບັດ ແລະ ຄວາມຍືນຍົງຂອງພວກເຮົາໃນລາວ.
—----------------------------------
March — What a Remarkable Ending!

Econox Laos was delighted to welcome Mr. Alvin Wee from the Institute of Technical Education, Nanyang Technological University, to our office on March 31, 2025.

The visit was a valuable opportunity for mutual learning and knowledge exchange. We explored potential areas of collaboration and discussed future possibilities, including student participation through practical exchange programs aligned with our work on sustainability in Laos.