Description of my image
ອີໂຄນັອກສ໌ລາວ ໄດ້ມີກິດຈະກໍາບວດປ່າຕົ້ນນໍ້າ ໃນບໍບວິເວນແຫລ່ງທ່ອງທ່ຽວ ຕາດແກ້ງຍຸຍ, ບ້ານນາດ້ວງ, ເມືອງວັງວຽງ ແຂວງວຽງຈັນ.

ອີໂຄນັອກສ໌ລາວ ໄດ້ມີກິດຈະກໍາບວດປ່າຕົ້ນນໍ້າ ໃນບໍບວິເວນແຫລ່ງທ່ອງທ່ຽວ ຕາດແກ້ງຍຸຍ, ບ້ານນາດ້ວງ, ເມືອງວັງວຽງ ແຂວງວຽງຈັນ.

Published: 21 Nov 2019

Type 03

ເຊິ່ງເປັນກິດຈະກໍາລັກຂອງໂຄງການ SCoPA ຮ່ວມກັບເຈົ້າຂອງໂຄງການກໍ່ຄື ບ້ານນາດ້ວງ ພາຍໃຕ້ການຊີ້ນໍານາພາຂອງທີ່ປຶກສາ FCEC.
ໃນລະຫວ່າງວັນທີ 21/11/2019 ທີ່ຜ່ານມາທາງ ECONOX ໄດ້ມີກິດຈະກໍາບວດປ່າຕົ້ນນໍ້າ ໃນບໍບວິເວນແຫລ່ງທ່ອງທ່ຽວ ຕາດແກ້ງຍຸຍ, ບ້ານນາດ້ວງ, ເມືອງວັງວຽງ ແຂວງວຽງຈັນ ເຊິ່ງເປັນກິດຈະກໍາລັກຂອງໂຄງການ SCoPA ຮ່ວມກັບເຈົ້າຂອງໂຄງການກໍ່ຄື ບ້ານນາດ້ວງ ພາຍໃຕ້ການຊີ້ນໍານາພາຂອງທີ່ປຶກສາ FCEC
- ໃນພື້ນທີ່ 100 ຮຕ ຂອງປ່າສະຫງວນທີ່ເປັນປ່າຕົ້ນນໍ້າຂອງຕາດແກ້ງຍຸຍ ແລະ ຍັງເປັນແຫລ່ງນໍ້າທີ່ຜະລິດນໍ້າປະປາໃຊ້ຂອງທົ່ວເມືອງວັງວຽງ ແຕ່ກ່ອນພື້ນປ່າແຫ່ງນີ້ເຄີຍຖືກຄຸກຄາມຈາກໄຟປ່າເຮັດໃຫ້ປ່າບໍລິເວນນີ້ຖືກທໍາລາຍໄປໃນສ່ວນຫນຶ່ງ ປັດຈຸບັນພື້ນທີ່ປ່າແຫ່ງນີ້ໄດ້ຮັບການຟື້ນຟູ ແລະ ປົກປັກຮັກສາໂດຍພໍ່ແມ່ປະຊາຊົນ ບ້ານນາດ້ວງ ທີ່ເປັນແຫລ່ງທໍາມາຫາກິນຂອງປະຊາຊົນສ່ວນທີ່ຍັງເອື່ອຍອີງທໍາມະຊາດ ໃນການຫາເຄື່ອງປ່າຂອງດົງ ແລະ ສະບຽງອາຫານ.
- ເມື່ອເຫັນໄດ້ເຖິງຄວາມສໍາຄັນຂອງປ່າໄມ້ທີ່ປະຈຸບັນເລີ່ມຫລຸດນ້ອຍລົງບໍ່ສະເພາະແຕ່ໃນປະເທດເຮົາກໍ່ຄືໃນທົ່ວໂລກ ທີ່ປະສົບບັນຫາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໃນສ່ວນຂອງພື້ນທີ 100ຮຕ ຂອງປ່າໃນບໍລິເວນນີ້ ທີ່ໄດ້ມີການບວດປ່າ (ທາງດ້ານສາສະຫນາ) ກໍ່ຄືການສ້າງພື້ນທີ່ເຂດປ່າສະຫງວນຂອງຊຸມຊົນ ເພື່ອເປັນການອະນຸລັກຮັກສາ ແລະ ມີຂະບວນການຈັດການທີ່ມີລະບົບຂຶ້ນ ແລະ ກໍານົດກົດລະບຽບການຄຸ້ມຄອງ ແລະ ນໍາໃຊ້ເພື່ອໃຫ້ມັນຢືນຍົງ
- ບໍ່ສະເພາະແຕ່ບໍລິເວນປ່າທີ່ໄດ້ສະຫງວນພື້ນທີ່ໄວ້ ໃນບໍລິເວນແຫລ່ງທ່ອງທ່ຽວ (ຕາດແກ້ງຍຸຍ) ກໍ່ໄດ້ມີການກໍານົດກົດລະບຽບໃຫ້ກັບນັກທ່ອງທ່ຽວ ແລະ ປະຊາຊົນທີ່ເຂົ້າມານໍາໃຊ້ພື້ນທີ່ ໃຫ້ເປັນການທ່ອງທ່ຽວແບບອານຸລັກ ນິເວດວິທະຍາ ຄຽງຄູ່ກັບການປົກປັກຮັກສາ ບໍ່ວ່າຈະເປັນພື້ນທີ່ວັງສະຫງວນ
- ເຊິ່ງໄດ້ມີຫລາຍພາກສ່ວນເຂົ້າຮ່ວມພິທີບວດປ່າເຊັ່ນວ່າ: ທ່ານຮອງເຈົ້າເມືອງ ເມືອງວັງວຽງ, ຕົວແທນຈາກບັາດາຫ້ອງການ ແລະ ຂະແຫນງການທີ່ກ່ຽວຂ້ອງ, ຕົວແທນຂອງຜູ້ໃຫ້ທຶນ ກອງທຶນສິ່ງແວດລ້ອມໂລກແຜນງານໂຄງການຂະຫນາດນ້ອຍ SGP gef UNDP ປະຈໍາ ສປປລາວ, ປະຊາຊົນບ້ານນາດ້ວງ ແລະ ບ້ານອ້ອມຂ້າງ, ທີ່ປຶກສາໂຄງການ ມສພອ ລວມທັງທີມງານວິຊາການ ແລະ ນ້ອງໆອາສາສະຫມັກຈາກ ECONOX
ເມື່ອວຽກງານປົກປັກຮັກສາ ແລະ ການພັດທະນາ ບໍ່ແມ່ນຫນ້າທີ່ສະເພາະຂອງບຸກຄົນ ຫລື ກຸ່ມຄົນໃດຫນຶ່ງທີ່ຕ້ອງຂັບເຄື່ອນ ແຕ່ມັນເປັນຫນ້າທີ່ຂອງຫມົດທຸກຄົນບໍ່ວ່າຈະເປັນປະຊາຊົນພາຍໃນບ້ານນາດ້ວງ, ບ້ານອ້ອມຂ້າງ, ອົງການຈັດຕັ້ງທາງສັງຄົມຕ່າງໆ ລວມທັງນັກທ່ອງທ່ຽວທີ່ເຂົາມາຊົມໃຊ້ພຶ້ນທີ່ຕ້ອງໄດ້ປະກອບສ່ວນຊ່ວຍກັນເພື່ອເຮັດໃຫ້ການອະນຸລັກພືນປ່າບໍລິເວນນີ້ມີປະສິດຕິພາບສູງສຸດ ແລະ ສາມາດນໍ້າໃຊ້ໄດ້ຍາວນານ ໃນລຸ້ນຕໍ່ໆໄປ.

Ready to Get In Touch?

Phone Number

020 5964 4074

020 2228 6802

Email

info@econoxlaos.com

Social Media

Also Find Us On

Description of my image
Description of my image
We make environment solutions inclusive for everyone. Our aim is to embrace the innovative ideas into shaping the harmony of environmental conservation and development.

© Copyright - 2024 Econox Laos. All Rights Reserved.