✨ໃນວັນທີ 8-9 ເມສາ 2025 ທີ່ຜ່ານມາ, ທີມງານ ອີໂຄນັອກສ໌ ລາວ ໄດ້ມີໂອກາດເຂົ້າຮ່ວມບັນຍາຍ ແລະ ເຝິກອົບຮົມໃຫ້ກັບບັນດານ້ອງໆໄວໜຸ່ມ ໃນໂຄງການ “ຮຽນຮູ້ເພື່ອອະນາຄົດ ຫຼື I For Future” ທີ່ຢູ່ພາຍໃຕ້ ສູນພັດທະນາຊົນນະບົດ ຫຼື RDA
.




[English below]

ໃນວັນທີ 8-9 ເມສາ 2025 ທີ່ຜ່ານມາ, ທີມງານ ອີໂຄນັອກສ໌ ລາວ ໄດ້ມີໂອກາດເຂົ້າຮ່ວມບັນຍາຍ ແລະ ເຝິກອົບຮົມໃຫ້ກັບບັນດານ້ອງໆໄວໜຸ່ມ ໃນໂຄງການ “ຮຽນຮູ້ເພື່ອອະນາຄົດ ຫຼື I For Future” ທີ່ຢູ່ພາຍໃຕ້ ສູນພັດທະນາຊົນນະບົດ ຫຼື RDA, ໂດຍຫົວຂໍ້ໃນການເຝິກອົບຮົມໃນຄັ້ງນີ້ແມ່ນເນັ້ນໃສ່ “ການຮູ້ເທົ່າທັນສື່” ຫຼື Media Literacy.


ໃນລະຫວ່າງການເຝິກອົບຮົມ, ພວກເຮົາໄດ້ຮ່ວມແລກປ່ຽນກັບໄວໜຸ່ມ ຜ່ານການສັງເກດ ຈາກພຶດຕິກຳການນຳໃຊ້ສື່ສັງຄົມອອນລາຍ ເພື່ອຮັບຮູ້ເຖິງບົດບາດ ແລະ ຄວາມສຳຄັນຕໍ່ການນຳໃຊ້ສື່ດັ່ງກ່າວໃນຊີວິດປະຈຳວັນ. ພ້ອມນີ້, ກໍຍັງມີການນຳສະເໜີຕົວຢ່າງ ແລະ ມີການວິເຄາະຂ່າວສານຮ່ວມກັບນ້ອງໆ ເພື່ອຈະກວດສອບ ແລະ ປະເມີນຄວາມໜ້າເຊື່ອຖືຂອງຂ່າວສານ ແລະ ຂໍ້ມູນ ວ່າມີເນື້ອຫາ ທີ່ສາມາດເຊື່ອຖືໄດ້ຫຼືບໍ່.

ໝາກຜົນຂອງການເຝິກອົບຮົມດັ່ງກ່າວ ແມ່ນແນໃສ່ການເສີມສ້າງໃຫ້ໄວໜຸ່ມໄດ້ຮຽນຮູ້ທັກສະທີ່ຈຳເປັນ ຊ່ວຍໃຫ້ໄວໜຸ່ມສາມາດນຳໃຊ້ສື່ດ້ວຍຄວາມຕະໜັກຮູ້ ຜ່ານການຄິດວິເຄາະຂໍ້ມູນຂ່າວສານ, ປະເມີນຄວາມໜ້າເຊື່ອຖືຂອງຂໍ້ມູຸນ ແລະ ລວມໄປເຖິງຄວາມຮັບຜິດຊອບ. ພ້ອມນັ້ນ, ກໍຍັງເປັນການສ້າງຄວາມເຂັ້ມແຂງ ໃຫ້ໄວໜຸ່ມໃນການເປັນຜູ້ບໍລິໂພກສື່ທີ່ມີແນວຄິດສ້າງສັນ ໂດຍຜ່ານການຄິດວິເຄາະ ແລະ ການຕັດສິນໃຈຢ່າງມີຂໍ້ມູນ.
_______________________________________________________

On April 8–9, 2025, the Econox Lao team had the opportunity to participate in a lecture and training session for young people as part of the “I For Future” project, organized by the Rural Development Center (RDA). The theme of this training was Media Literacy.


During the training, we engaged with young participants by observing their behavior in using online social media to better understand the role and importance of digital media in their daily lives. We also conducted presentations and news analysis activities to help participants evaluate the reliability of news and information and to identify trustworthy content.

The goal of the training was to strengthen young people’s skills in using media mindfully—through information analysis, evaluating credibility, and promoting responsibility. Additionally, the training aimed to empower youth to become creative and critical media users, capable of analytical thinking and making informed decisions.