Description of my image
✨ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ Econox Laos ຂອງພວກເຮົາ, ໄດ້ຖືກເຊື້ອເຊີນເພື່ອເຂົ້າຮ່ວມໃນນາມຜູ້ຮ່ວມບັນຍາຍ ທີ່ກອງປະຊຸມ  'Breaking the Plastic Habit in Asia' ໄລຍະທີ 02, ຢູ່ທີ່ຈາກາຕາ ປະເທດອິນໂດເນເຊຍ, ໃນໄລຍະເວລາ 3 ມື້. ໂດຍ  ຜູ້ຮ່ວມກໍ່ຕັ້ງຂອງພວກເຮົາ ໄພອາກອນ ສະກຸນຕະວະ ຈະເປັນໂຕແທນເຂົ້າຮ່ວມ.

✨ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ Econox Laos ຂອງພວກເຮົາ, ໄດ້ຖືກເຊື້ອເຊີນເພື່ອເຂົ້າຮ່ວມໃນນາມຜູ້ຮ່ວມບັນຍາຍ ທີ່ກອງປະຊຸມ 'Breaking the Plastic Habit in Asia' ໄລຍະທີ 02, ຢູ່ທີ່ຈາກາຕາ ປະເທດອິນໂດເນເຊຍ, ໃນໄລຍະເວລາ 3 ມື້. ໂດຍ ຜູ້ຮ່ວມກໍ່ຕັ້ງຂອງພວກເຮົາ ໄພອາກອນ ສະກຸນຕະວະ ຈະເປັນໂຕແທນເຂົ້າຮ່ວມ.

Published: 15 Oct 2024

Type 03

.

 

[English below]
✨ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ Econox Laos ຂອງພວກເຮົາ, ໄດ້ຖືກເຊື້ອເຊີນເພື່ອເຂົ້າຮ່ວມໃນນາມຜູ້ຮ່ວມບັນຍາຍ ທີ່ກອງປະຊຸມ 'Breaking the Plastic Habit in Asia' ໄລຍະທີ 02, ຢູ່ທີ່ຈາກາຕາ ປະເທດອິນໂດເນເຊຍ, ໃນໄລຍະເວລາ 3 ມື້. ໂດຍ ຜູ້ຮ່ວມກໍ່ຕັ້ງຂອງພວກເຮົາ ໄພອາກອນ ສະກຸນຕະວະ ຈະເປັນໂຕແທນເຂົ້າຮ່ວມ.
🌎ກອງປະຊຸມ ນີ້ ແມ່ນຈັດໂດຍສະຖາບັນຍຸດທະສາດສິ່ງແວດລ້ອມລະດັບໂລກ (IGES) ໂດຍໄດ້ຮັບການສະໜັບສະໜູນຈາກສູນຄວາມຮູ້ພາກພື້ນຂອງ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ກ່ຽວກັບການກຳຈັດຂີ້ເຫຍື້ອໃນທະເລ ແລະ ກະຊວງສິ່ງແວດລ້ອມຂອງຍີ່ປຸ່ນ, ຮ່ວມມືກັບສະຖາບັນຈາກ 6 ປະເທດອາຊຽນ ເພື່ອທົດສອບປະສິດທິຜົນຂອງການຈັດຕັ້ງປະຕິບັດທີ່ເອົາການປ່ຽນພຶດຕິກຳເປັນຈຸດໃຈກາງສໍາຄັນ. 🌊
🌎ງານຄັ້ງນີ້ ເຕົ້າ​ໂຮມ​ເອົາບັນດາ​ຜູ້ນຳ​ຈາກ​ລັດຖະບານ, ນັກວິຊາການ, ສັງຄົມ​ພົນລະ​ເມືອງ, ​ແລະ ອົງການ​ສາກົນ​ເພື່ອ​ຮ່ວມແລກປ່ຽນ​ແນວທາງການ​ປະຕິບັດ​ທີ່​ດີ​ທີ່​ສຸດ, ຜົນການ​ຄົ້ນ​ພົບ​ທີ່​ສຳຄັນ, ​ແລະ ຄົ້ນ​ຄ້ວາ​ໂອກາດໃນການ​ຮ່ວມ​ມືກັນ ​ເພື່ອ​ຫຼຸດຜ່ອນ​ສິ່ງ​ເສດ​ເຫຼືອ​ປລາສຕິກ​ແບບ​ຍືນ​ຍົງ​ໃນ​ອາ​ຊຽນ.
✨ໃນ​ງານ​ໄດ້​ມີ​ເວທີສົນທະນາທີ່​ສຳຄັນ ​ໂດຍ​ຜູ້ນຳ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ການ​ນຳ​ສະ​ເໜີ​ຈາກ​ຜູ້ຕາງໜ້າ​ໃຫ້ 6 ປະ​ເທດ​ອາ​ຊຽນ ແລະ ຜູ້ຮ່ວມກໍ່ຕັ້ງຂອງພວກເຮົາໄດ້ເປັນໂຕແທນ 01 ໃນ 06 ປະເທດ ເພື່ອເຂົ້າຮ່ວມກອງປະຊຸມ 'Breaking the Plastic Habit in Asia' ໄລຍະທີ 02 ໃນນາມຜູ້ບັນຍາຍຮ່ວມ, ໃນວັນທີ 18 ຕຸລາ 2024, ເວລາ 10:00 PM - 12:00 PM. ເຊິ່ງການສົນທະນາໃນຄັ້ງນີ້ ຈະສຸມໃສ່ວິທີການຄວາມເຂົ້າໃຈກ່ຽວກັບພຶດຕິກໍາສາມາດຂັບເຄື່ອນການປ່ຽນແປງໃນການການບໍລິໂພກປລາສຕິກໃນໄລຍະຍາວໄດ້ແນວໃດ?
✨ກອງ​ປະຊຸມ​ສົ່ງເສີມການສ້າງຂີດ​ຄວາມອາດ​ສາມາດ​ນີ້ຈະເລີ່ມໃນ​ວັນ​ທີ 16-17 ຕຸລາ 2024 ນີ້ ແລະ ຈະ​ຮວບຮວມ​ບັນດາ​ອົງການ​ຮ່ວມ​ມື​ທີ່​ໄດ້​ຮັບ​ຄັດ​ເລືອກ​ເພື່ອ​ດຳເນີນໂຄງການ​ໃນພື້ນທີ່ ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ສິງຫາ 2025. ຄູ່​ຮ່ວມ​ມື​ປະຕິບັດ​ໄລຍະ​ທີ 2 ປະກອບມີ:
1. ຈາກປະເທດກຳປູເຈຍ, ກະຊວງສິ່ງແວດລ້ອມ. 🇰🇭
2. ຈາກປະເທດອິນໂດເນເຊຍ, ສູນການສຶກສາອາຊີຕາເວັນອອກສ່ຽງໃຕ້. 🇲🇨
3. ຈາກປະເທດລາວ, ອີໂຄນັອກສ໌ ລາວ-ກາໝາຍ ສປປ ລາວ ປາສະຈາກປລາສຕິກ. 🇱🇦
4. ຈາກປະເທດຟິລິບປິນ, ສະຖາບັນວິສະວະກຳໂຍທາ, ມະຫາວິທະຍາໄລຟິລິບປິນ Diliman 🇵🇭
5. ຈາກປະເທດໄທ, ພາກວິຊາວິທະຍາສາດສິ່ງແວດລ້ອມ, ຄະນະວິທະຍາສາດ, ມະຫາວິທະຍາໄລຈຸລາລົງກອນ. 🇹🇭
6. ຈາກປະເທດຫວຽດນາມ, ໂນປາ. 🇻🇳
—-----------------------------------------------------------------------------------------------
✨We are very honored that Econox Laos has been invited to participate as a co-speaker at the 02nd 'Breaking the Plastic Habit in Asia' conference, in Jakarta, Indonesia, for a period of 5 days. Our co-founder and COO, Phaiakone Sakountava will be representing us on this stage.
🌎In this 2nd phase, the Institute for Global Environmental Strategies (IGES), with support from ERIA's Regional Knowledge Centre for Marine Plastic Debris and the Ministry of Environment of Japan, partners with institutions from six ASEAN countries to test the effectiveness of behavior-centered interventions.🌊
🌎which brings together leaders from the government, academics, civil society, and international organizations to share best practices, important findings, and explore opportunities for cooperation to reduce plastic waste sustainably in ASEAN.
✨In the event, there was an important discussion forum by environmental leaders and presentations from representatives of 6 ASEAN countries and our co-founder Phaiakone Sakountava, was invited to be 01 of 06 countries to participate in the 02nd session of 'Breaking the Plastic Habit in Asia' as a co-speaker, on October 18, 2024, at 10:00 PM - 12:00 PM. This discussion will focus on how behavioral understanding can change long-term plastic consumption behavior.
✨A capacity-building workshop on 16-17 October 2024 will prepare selected partner organizations to implement local projects from January to August 2025. The implementing partners for Phase II include:
1. From Cambodia, Ministry of Environment.🇰🇭
2. From Indonesia, Center for Southeast Asian Studies.🇲🇨
3. From Laos, Econox Lao - Plastic Free Laos.🇱🇦
4. From the Philippines, Institute of Civil Engineering, University of the Philippines Diliman.🇵🇭
5. From Thailand, Department of Environmental Science, Faculty of Science, Chulalongkorn University.🇹🇭
6. From Vietnam, Nopa.🇻🇳

Ready to Get In Touch?

Phone Number

020 5964 4074

020 2228 6802

Email

info@econoxlaos.com

Social Media

Also Find Us On

Description of my image
Description of my image
We make environment solutions inclusive for everyone. Our aim is to embrace the innovative ideas into shaping the harmony of environmental conservation and development.

© Copyright - 2025 Econox Laos. All Rights Reserved.