Description of my image
✨ຜ່ານໄປດ້ວຍດີ ສຳລັບງານພົບປະໂອ້ລົມອາຫານເຊົ້າ ຄັ້ງທີ 7 ທີ່ໄດ້ຈັດຂຶ້ນ ໃນຊ່ວງເຊົ້າຂອງວັນທີ 06 ເດືອນ ພຶດສະພາ 2025 ທີ່ຜ່ານມາ

✨ຜ່ານໄປດ້ວຍດີ ສຳລັບງານພົບປະໂອ້ລົມອາຫານເຊົ້າ ຄັ້ງທີ 7 ທີ່ໄດ້ຈັດຂຶ້ນ ໃນຊ່ວງເຊົ້າຂອງວັນທີ 06 ເດືອນ ພຶດສະພາ 2025 ທີ່ຜ່ານມາ

Published: 06 May 2025

Type 03

.

 

[English below]
✨ຜ່ານໄປດ້ວຍດີ ສຳລັບງານພົບປະໂອ້ລົມອາຫານເຊົ້າ ຄັ້ງທີ 7 ທີ່ໄດ້ຈັດຂຶ້ນ ໃນຊ່ວງເຊົ້າຂອງວັນທີ 06 ເດືອນ ພຶດສະພາ 2025 ທີ່ຜ່ານມາ ໂດຍການຮ່ວມມືລະຫວ່າງ ກາໝາຍ ສປປ ລາວ ປາສະຈາກປລາສຕິກ ພາຍໃຕ້ການດຳເນີນງານ ຂອງບໍລິສັດ ອີໂຄນັອກສ໌ ລາວ ແລະ ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ,​ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດ ລາວ.
♻️ພາຍໃນງານດັ່ງກ່າວ, ໄດ້ເຕົ້າໂຮມບັນດາ ຫົວໜ່ວຍທຸລະກິດ, ຮ້ານຄ້າ, ໜ່ວຍງານ ແລະ ອົງການຈັດຕັ້ງສຳຄັນເຂົ້າ ຮ່ວມເພື່ອແລກປ່ຽນ, ໂອ້ລົມ ແລະ ເປັນການ ສ້າງເຄືອຂ່າຍໃນການສົ່ງເສີມເສດຖະກິດໝູນວຽນ ແລະ ຄວາມຍືນຍົງໃຫ້ເປັນ ແນວທາງໃນການປະຕິບັດ ທີ່ສອດຄ່ອງ ກັບຫົວຂໍ້ “ທຸລະກິດໝູນວຽນເພື່ອອະນາຄົດສີຂຽວ”
✨ເພື່ອໃຫ້ງານພົບປະໂອ້ລົມໃນຄັ້ງນີ້ດຳເນີນໄປດ້ວຍຄວາມໝາຍຄວາມສຳຄັນ, ພວກເຮົາໄດ້ຮັບກຽດຈາກ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ຈາກສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເປັນປະທານໃນງານເຊິ່ງໄດ້ມີການກ່າວຕ້ອນຮັບ ແລະ ເປີດງານຢ່າງເປັນທາງການ. ນອກຈາກນີ້,​ ກໍມີການບັນຍາຍກ່ຽວກັບທິດທາງ ຂອງເສດຖະກິດໝູນວຽນໃນປະຈຸບັນ ແລະ ຍັງມີການນຳສະເໜີຈາກ ຄູ່ຮ່ວມງານກໍຄື ອົງການຮ່ວມມືເພື່ອການພັດທະນາ ລຸກຊຳບວກ (LuxDev) ປະຈຳ ສປປ ລາວ ພາຍໃຕ້ແຜນງານທັກສະເພື່ອການທ່ອງທ່ຽວ, ກະສິກໍາ ແລະ ປ່າໄມ້ ລາວ/336.
♻️ຄຽງຄູ່ກັນນັ້ນ, ພາຍໃນງານກໍມີການແລກປ່ຽນຈາກບັນດາຜູ້ເສວະນາໃນຂົງເຂດຄວາມຍືນຍົງທີ່ມາຈາກ ພາກສ່ວນລັດ, ເອກະຊົນ, ທຸລະກິດຕົວແບບຕ່າງໆ ຜ່ານຫົວຂໍ້ "ການໝູນວຽນແມ່ນຄວາມໂດດເດັ່ນຮູບແບບໃຫມ່ ທີ່ທຸລະກິດຂະແຫນງ ບໍລິການເປັນຜູ້ນໍາແຫ່ງການປ່ຽນແປງ." ແລະ ຜູ້ເຂົ້າຮ່ວມກໍໄດ້ມີການຢ້ຽມຊົມການວາງສະແດງ ຜະລິດຕະພັນ ແລະ ການບໍລິການຈາກຫົວ ໜ່ວຍທຸລະກິດສີຂຽວ.
✨ຈຸດ​ເດັ່ນ​ທີ່​ສຳຄັນ​ຂອງ​ງານ​ໃນ​ຄັ້ງ​ນີ້​ ແມ່ນ​ການ​ເປີດ​ຕົວ​ສອງ​ໂຄງການ​ທີ່​ກ່ຽວຂ້ອງກັບການຫລຸດຜ່ອນການສ້າງ ຂີ້ເຫຍື້ອປລາສຕິກ ເຊິ່ງປະກອບມີ​:
ໂຄງການເຊົ່າຈອກເຈົ້າ ຫຼື Rent Your Cup: ໂຄງການດັ່ງກ່າວໄດ້ສະໜອງການບໍລິການການເຊົ່າຈອກທີ່ເປັນອີກທາງເລືອກໃຫ້ແກ່ຜູ້ບໍລິໂພກໃນການປ່ຽນແທນຈາກການໃຊ້ຈອກປລາສຕິກ ສູ່ ການໃຊ້ຈອກເຊົ່າທີ່ສາມາດນຳໃຊ້ໄດ້ຫຼາຍຄັ້ງ ເຊິ່ງຊ່ວຍຫລຸດຜ່ອນການສ້າງຂີ້ເຫຍື້ອຈາກຈອກປລາສຕິກ.
ໂຄງການຫລຸດຜ່ອນໄມໂຄຣປລາສຕິກຈາກການຊັກເຄື່ອງ: ແມ່ນມີເປົ້າໝາຍແນໃສ່ພາກສ່ວນທຸລະກິດໂຮງແຮມ ແລະ ຣີສອດ ເພື່ອຫຼຸດຜ່ອນມົນລະພິດໄມໂຄປລາສຕິກຈາກຂະບວນການຊັກເຄື່ອງ.
✨ທັງສອງໂຄງການແມ່ນ ໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຈາກຫຼາກຫຼາຍພາກສ່ວນເຊັ່ນວ່າ: ສະຖາບັນການຄົ້ນຄວ້າດ້ານເສດຖະກິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີຕາເວັນອອກ (ERIA), ສະຖາບັນຍຸດທະສາດທາງສິ່ງແວດລ້ອມໂລກ (IGES), ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ອິນໂດເນເຊຍ (UNDP Indonesia) ແລະ ອື່ນໆ.
✨ພວກເຮົາໃນນາມ ອີໂຄນັອກສ໌ ລາວ ຂໍຂອບໃຈ ທຸກພາກສ່ວນ ແລະ ຜູ້ເຂົ້າຮ່ວມທີ່ໃຫ້ການສະໜັບສະໜູນ ແລະ ທ່ານສາມາດຕິດຕາມໂຄງການຂອງພວກເຮົາໄດ້ທີ່ເພສ: Plastic Free Laos label.
---------------------------------------------
✨The 7th Plastic Free Laos - SSC Breakfast Talk was successfully held on the morning of May 6, 2025, organized by the Plastic Free Laos Label, initiated by Econox Laos, partnered with Laos SME Service Center, under the leadership of Lao National Chamber of Commerce and Industry.
♻️The event gathered the businesses and leading organizations to connect, exchange, and network among the green and sustainability sectors in order to empower the concept of circular economy to be more effective practice, aligning with the theme of “Circular Hospitality for a Greener Future.”
✨To make this Breakfast talk meaningfully, we were honored to have Mr. Somchit Inthamith, Honorary Advisor of the Lao National Chamber of Commerce and Industry to be our chairperson of the event, delivered an inspiring opening remark. Additionally, the presentation on the current trends of the circular economy and a presentation about the Skills for Tourism, Agriculture, and Forestry Lao/336 program from our partner, the Luxembourg Development Cooperation Agency (LuxDev) in Lao PDR were included.
♻️Aligning with the Circular Economy, there was an insightful panel discussion with sustainability experts from the public, private, and business sectors under the topic, "Circular is the New Cool: Hospitality Leading the Change." Also, participants visited exhibited booths, showcasing products and services from green business sectors.
✨A key highlight of the event was the launch of two projects, Rent Your Cup and From Laundry to Legacy, which focused on reducing plastic waste. Speaking of Rent Your Cup, this serves as an alternative service which consumers can rent reusable cups to help reduce plastic waste. From Laundry to Legacy in Laundry aims at targeting the hotel and resort industry to minimize microplastic pollution generated during laundry processes. These projects are supported and collaborated with various stakeholders, including the Economic Research Institute for Southeast and East Asia (ERIA), the Institute for Global Environmental Strategies (IGES), the United Nations Development Programme (UNDP Indonesia), and others.
✨We, Econox Laos, wanted to take this moment to extend our sincere thanks to all parties and participants for their unwavering support.
📣Further information and services on the plastic project kindly refer or reach to Plastic Free Laos Label.

Ready to Get In Touch?

Phone Number

020 5964 4074

020 2228 6802

Email

info@econoxlaos.com

Social Media

Also Find Us On

Description of my image
Description of my image
We make environment solutions inclusive for everyone. Our aim is to embrace the innovative ideas into shaping the harmony of environmental conservation and development.

© Copyright - 2025 Econox Laos. All Rights Reserved.