.


[English below]

ໃນຊ່ວງເຊົ້າຂອງ ວັນທີ 12 ມີນາ 2025, ພວກເຮົາຮູ້ສຶກດີໃຈທີ່ໄດ້ມີໂອກາດລົງນາມເຊັນສັນຍາຮ່ວມມືກັບ ສະມາຄົມອະນຸລັກ. ເຊິ່ງຖືເປັນອີກໜຶ່ງບາດກ້າວທີ່ສຳຄັນຂອງ ໂຄງການ “ຊາວໜຸ່ມລາວ ໃນພາລະກິດປົກປັກ ຮັກສາທຳມະຊາດ” ໄລຍະທີສອງ. ທີ່ພວກເຮົາຈະສືບຕໍ່ຮ່ວມມືກັນເພື່ອຊຸກຍູ້ການສ້າງຈິດສຳນຶກດ້ານການອະນຸລັກສິ່ງແວດລ້ອມ.

ໂຄງການດັ່ງກ່າວມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໄວຫນຸ່ມ ມີຄວາມກະຕືລືລົ້ນໃນວຽກງານການອະນຸລັກສິ່ງແວດລ້ອມ, ຜ່ານການສະຫນອງຄວາມຮູ້, ທັກສະ ແລະ ປະສົບການຕົວຈິງທີ່ມີຄຸນຄ່າຈາກຜູ້ຊ່ຽວຊານໃນຂະແຫນງການຕ່າງໆທີ່ກ່ຽວຂ້ອງ. ເພື່ອເປັນການກຽມຄວາມພ້ອມໃຫ້ໄວໜຸ່ມສໍາລັບການປະກອບອາຊີບໃນອະນາຄົດ ໂດຍສະເພາະການເຮັດວຽກໃນຂົງເຂດອະນຸລັກສິ່ງແວດລ້ອມ.


ພວກເຮົາເຊື່ອວ່າການຮ່ວມມືຂອງທັງສອງພາກສ່ວນນີ້ ຈະສາມາດສ້າງການປ່ຽນແປງທີ່ຍືນຍົງ ແລະ ເປີດໂອກາດໃຫ້ໄວໜຸ່ມເຂົ້າມາມີບົດບາດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານອະນຸລັກໃນ ສປປ ລາວ.
___________________________________________

On the morning of March 12, 2025, we were delighted to have the opportunity to sign a cooperation agreement with
Association Anoulak. This marks another important step in the second phase of the “Lao Youth on a Mission for Nature Conservation” project, where we will continue working together to promote awareness of environmental conservation.

The project aims to empower young people who are passionate about environmental conservation by providing them with valuable knowledge, skills, and practical experience from experts in related fields. This initiative is designed to prepare young individuals for future careers, especially in the field of environmental conservation.


We strongly believe that the collaboration between our two organizations will create a lasting impact and open up opportunities for young people to take an active role in conservation efforts across Lao PDR.