
ການເຝິກອົບຮົມທີ່ມ່ວນຊື່ນແລະໄດ້ຮັບເທັກນິກໃໝ່ໆໃນການ ສ້າງ Self- banding ແລະ ທັກສະດ້ານການເວົ້າໃນທີ່ສາທາລະນະ ຂອງໄວໜຸ່ມຜູ້ພິທັກສັດປ່າ ໃນວັນທີ26ເດືອນສິງຫາປີ2023.
Published: 26 Aug 2023
Type 03
ເປັນອີກມື້ໜຶ່ງທີ່ໜ້າຕື່ນເຕັ້ນ ແລະ ຫຼາກຫຼາຍຄວາມຮູ້ສຶກໃນມື້ດຽວຈາກແຂກຮັບເຊີນທີ່ມີປະສົບການຫຼາຍໃນສາຍວຽກທີ່ແຕກຕ່າງກັນ ທີ່ຈະມາແບ່ງປັນຄວາມຮູ້ໃຫ້ແກ່ໄວໜຸ່ມຜູ້ພິທັກສັດປ່າ.
ເປັນອີກຫນຶ່ງມື້ທີ່ຂຸ້ນຂ້ຽວ ເຕັມໄປດ້ວຍຄວາມມ່ວນຊື່ນ, ການແລກປ່ຽນປະສົບການ ແລະ ໄດ້ຮັບຄວາມຮູ້ຢ່າງເຕັມທີ່ ຈາກແຂກຮັບເຊີນທີ່ເຕັມໄປດ້ວຍປະສົບການ ໃນສາຍວຽກທີ່ແຕກຕ່າງ ບໍ່ວ່າຈະເປັນຄວາມຮູ້ດ້ານ ການສ້າງ Self-branding ຈາກ ອ້າຍ ລູ່ ສຸະພານິດ ວົງແສງທອງ ແລະ ຄວາມຮູ້ດ້ານ ທັກສະການເວົ້າໃນທີ່ສາທາລະນະ ໂດຍ ໂຄສົກໃນຕຳນານ ເອື້ອຍ ແສງດາລາ ສີຫາວົງ ທີ່ໄດ້ໃຫ້ກຽດ ມາໃຫ້ຄວາມຮູ້ແກ່ ບັນດາ ໄວໜຸ່ມຜູ້ພິທັກສັດປ່າ ໃນວັນເສົາ ທີ 26 ສິງຫາ 2023 ນີ້
> ບໍ່ພຽງແຕ່ເທົ່ານັ້ນ ເຮົາຍັງໄດ້ມີການບັນຍາຍ ຈາກໄວໜຸ່ມລຸ້ນທີ 1 ກ່ຽວກັບ ສົນທິສັນຍາ ວໍຊິງຕັນ ດີຊີ ຫຼື CITES ແລະ ຄວາມໝາຍຂອງການອະນຸຮັກໃຫ້ແກ່ ໄວໜຸ່ມລຸ້ນທີ 2 <
ການຮ້ອງເພັງ, ການຫຼິ້ນເກມ ແລະ ການເລົ່ານິທານ ກໍໄດ້ເປັນເຄັດບໍ່ລັບໃນການນຳສະເໜີໃຫ້ໜ້າສົນໃຈ ຈາກ: ໂຄສົກ ສອນດາລາ ສີຫາວົງ
ຖ້າຫາກສົນໃຈໃນວຽກງານນີ້ ສາມາດຕິດຕາມພວກເຮົາໄດ້ໃໝ່ໃນໂພສຕໍ່ໄປ.
Ready to Get In Touch?
Phone Number
020 5964 4074
020 2228 6802
info@econoxlaos.com