Description of my image
✨ໃນວັນທີ 31 ຕຸລາ 2024 ທີ່ຜ່ານມາ, ທາງທີມງານ Econox Laos ຕາງໜ້າກາໝາຍ ສປປ ລາວ ປາສະຈາກປລາສຕິກ ຮ່ວມກັບ Swisscontact Lao PDR ພາຍໃຕ້ໂຄງການສ້າງມູນຄ່າແກ່ສິ່ງເສດເຫຼືອ (Waste to Value), ໄດ້ລົງຈັດການເຝິກອົບຮົມ ກ່ຽວກັບ “ຫ້ອງການສີຂຽວ ແລະ ຫຼຸດຜ່ອນການນຳໃຊ້ປລາສຕິກ” ໃຫ້ ຫ້ອງການປົກຄອງເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

Published: 31 Oct 2024

Type 03

.

[English below]
✨ໃນວັນທີ 31 ຕຸລາ 2024 ທີ່ຜ່ານມາ, ທາງທີມງານ Econox Laos ຕາງໜ້າກາໝາຍ ສປປ ລາວ ປາສະຈາກປລາສຕິກ ຮ່ວມກັບ Swisscontact Lao PDR ພາຍໃຕ້ໂຄງການສ້າງມູນຄ່າແກ່ສິ່ງເສດເຫຼືອ (Waste to Value), ໄດ້ລົງຈັດການເຝິກອົບຮົມ ກ່ຽວກັບ “ຫ້ອງການສີຂຽວ ແລະ ຫຼຸດຜ່ອນການນຳໃຊ້ປລາສຕິກ” ໃຫ້ ຫ້ອງການປົກຄອງເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.
👥ການເຝິກອົບຮົມໃນຄັ້ງນີ້ ກໍໄດ້ຮັບກຽດໃນການເປັນປະທານໂດຍ ທ່ານ ດວງຕາ ສຸລິວົງ, ເຈົ້າເມືອງຈັນທະບູລີ. ນອກຈາກນັ້ນ, ຍັງມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາ 25 ຫ້ອງການ ແລະ ໄດ້ຮັບການຮ່ວມຕິດຕາມ ໃນການເຝິກອົບຮົມໂດຍ ຕາງໜ້າຈາກ ກົມສິ່ງແວດລ້ອມ (MONRE-ກຊສ) ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ນະຄອນຫຼວງວຽງຈັນ.
♻️ຈຸດປະສົງຂອງການເຝິກອົບຮົມ ແມ່ນເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມເຂົ້າໃຈເຖິງແນວຄວາມຄິດຫ້ອງການສີຂຽວ ແລະ ຫຼັກການປະຕິບັດ ເພື່ອຫຼຸດຜ່ອນການນຳໃຊ້ປລາສຕິກແບບນຳໃຊ້ຄັ້ງດຽວ ແລະ ການສ້າງສະພາບແວດລ້ອມທີ່ເປັນມິດກັບສິ່ງແວດລ້ອມໃນຫ້ອງການ. ຊ່ວງໄລຍະເວລາໃນການເຝິກອົບຮົມ, ຄູເຝິກໄດ້ນຳສະເໜີກ່ຽວກັບການຮຽນຮູ້ປະເພດຂອງສິ່ງເສດເຫຼືອ, ຜົນກະທົບຈາກປລາສຕິກທີ່ນຳໃຊ້ແບບຄັ້ງດຽວ, ກາໝາຍ ສປປ ລາວ ປາສະຈາກປລາສຕິກ ແລະ ຜົນປະໂຫຍດຂອງການເປັນທຸລະກິດທີ່ເປັນມິດກັບສິ່ງແວດລ້ອມ ແລະ ການເຂົ້າຮ່ວມເປັນສະມາຊິກຂອງ ກາໝາຍ ສປປ ລາວ ປາສະຈາກປລາສຕິກ.🌱
🌎ບັນຍາກາດເຕັມໄປດ້ວຍຄວາມກະຕືລືລົ້ນຂອງຜູ້ເຂົ້າຮ່ວມ, ມີກິດຈະກຳຖາມ–ຕອບແລກປ່ຽນຄວາມຮູ້ຄວາມເຂົ້າໃຈກ່ຽວກັບມົນລະພິດປລາສຕິກ ແລະ ການເຝິກອົບຮົມຍັງຈະຊ່ວຍໃຫ້ທຸກຄົນມີຄວາມເຂົ້າໃຈ ແລະ ຕະໜັກຮູ້ກ່ຽວກັບຜົນກະທົບຂອງປລາສຕິກນີ້ຫຼາຍຂຶ້ນ, ສິ່ງສຳຄັນທີ່ສຸດກໍຄືການມີສ່ວນຮ່ວມຂອງທຸກຄົນ ແລະ ການລິເລີ່ມປະຕິບັດຮ່ວມກັນ ເພື່ອຮັກສາສິ່ງແວດລ້ອມ.♻️
—---------------------------------------------------------------------
✨On October 31, 2024, the Econox Laos team represent the Plastic Free Laos label, together with Swisscontact Lao PDR's Waste to Value initiative, held a training session for the Chanthaboury District Governor’s Office in Vientiane on "Green Office and Plastic Reduction."
👥The training was honored by the presence of Mr. Douangta Soulivong, Chanthabouly District Governor. Participants included representatives from 25 offices, with monitoring by the Department of Environment (MONRE-ກຊສ) and the Department of Natural Resources and Environment, Vientiane.
♻️The purpose of the training was to help participants understand the concept and principles of a green office, reduce the use of single-use plastics, and create an environmentally friendly office environment. During the training, the trainer presented various types of waste, the impact of single-use plastics, Plastic Free Laos Lebal, and the benefits of being an environmentally friendly business and member of Plastic Free Laos.🌱
🌎The atmosphere was vibrant and engaging, featuring a question-and-answer session to exchange knowledge about plastic pollution. The training aimed to enhance awareness and understanding of the effects of plastic waste, emphasizing the importance of collective participation and initiative to protect the environment.♻️

Ready to Get In Touch?

Phone Number

020 5964 4074

020 2228 6802

Email

info@econoxlaos.com

Social Media

Also Find Us On

Description of my image
Description of my image
We make environment solutions inclusive for everyone. Our aim is to embrace the innovative ideas into shaping the harmony of environmental conservation and development.

© Copyright - 2025 Econox Laos. All Rights Reserved.