ເພື່ອໃຫ້ໄວໜຸ່ມໄດ້ຮຽນຮູ້ໃນທາງທິດສະດີ ແລະ ພາກປະຕິບັດຢ່າງມີປະສິດທິພາບຫຼາຍຂຶ້ນ, ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ຮ່ວມກັບ Startnovation ຈັດກິດຈະກໍາພິເສດຂຶ້ນພາຍຫຼັງສໍາເລັດການຝຶກອົບຮົມ ເຊິ່ງນັ້ນກໍຄື “Biodiversity Hackathon.”
.



[English below]

ໃນວັນທີ 25 ກໍລະກົດ 2024 ທີ່ຜ່ານມາ, ທີມງານຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ຈັດການເຝິກອົບຮົມໃຫ້ກັບບັນດານ້ອງໆໄວໜຸ່ມ ເພື່ອແນໃສ່ປະກອບສ່ວນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມໃນການແກ້ໄຂສິ່ງທ້າທາຍດ້ານສິ່ງແວດລ້ອມທີ່ສຳຄັນ.


ເພື່ອໃຫ້ໄວໜຸ່ມໄດ້ຮຽນຮູ້ໃນທາງທິດສະດີ ແລະ ພາກປະຕິບັດຢ່າງມີປະສິດທິພາບຫຼາຍຂຶ້ນ, ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ຮ່ວມກັບ Startnovation ຈັດກິດຈະກໍາພິເສດຂຶ້ນພາຍຫຼັງສໍາເລັດການຝຶກອົບຮົມ ເຊິ່ງນັ້ນກໍຄື “Biodiversity Hackathon.” ໂດຍກິດຈະກຳດັ່ງກ່າວເປັນເວທີໃຫ້ໄວໜຸ່ມໄດ້ນຳສະເໜີແນວຄວາມຄິດ ແລະ ວິທີແກ້ໄຂທີ່ສ້າງສັນ ເພື່ອແກ້ໄຂບັນຫາສິ່ງແວດລ້ອມໃນລາວ.


ສຳລັບກິດຈະກຳນີ້ໄດ້ຖືກອອກແບບເພື່ອຊຸກຍູ້ການເຮັດວຽກເປັນທີມ, ການລະດົມຄວາມຄິດເພື່ອ ແກ້ໄຂບັນຫາຢ່າງສ້າງສັນ. ໂດຍຜູ້ເຂົ້າຮ່ວມແຕ່ລະຄົນໄດ້ມີການນຳສະເໜີແນວຄວາມຄິດຂອງຕົນເອງກ່ອນ ແລ້ວຈຶ່ງໄດ້ມີການປຶກສາຫາລືເພີ່ມຕື່ມກັບທີມເພື່ອປັບປຸງ ແລະ ພັດທະນາແນວຄິດໃຫ້ມີປະສິດທິພາບ. ທ້າຍທີ່ສຸດ, ພວກເຮົາກໍໄດ້ 6 ທີມສຸດທ້າຍ ຈາກ 6 ຫົວຂໍ້ ທີ່ຈະໄດ້ກ້າວເຂົ້າສູ່ການແຂ່ງຂັນໃນຂັ້ນຕໍ່ໄປ.

Biodiversity Hackathon ຈະບໍ່ສາມາດຈັດຕັ້ງປະຕິບັດຢ່າງມີຜົນສຳເລັດໄດ້ ຫາກຂາດການສະໜັບສະໜູນ ຈາກພາກສ່ວນຕ່າງໆ ໂດຍສະເພາະແມ່ນທາງ ສະຖານທູດເຢຍລະມັນ ປະຈໍາລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສົ່ງເສີມບັນດາແນວຄິດຂອງໄວໜຸ່ມແຕ່ລະທີມ ໃນການນຳໄປຈັດຕັ້ງປະຕິບັດເພື່ອ ໃຫ້ເກີດຜົນປະໂຫຍດ ສູງສຸດແກ່ສັງຄົມ.
—-------------------------------------------------------------------------------------------

On July 25 2024, the project implementation team,
Association Anoulak and Econox Laos, organized a training session aimed at empowering young people to contribute to solving critical environmental challenges.


To effectively equip young people with both theoretical and practical knowledge, Association Anoulak and Econox Laos, in collaboration with
Startnovation, organized a special event following the training session: the “Biodiversity Hackathon.” This activity serves as a platform for young participants to present innovative ideas and creative solutions for addressing environmental issues in Laos.


The activity was designed to encourage teamwork, brainstorm the ideas to creatively address the environmental challenges. To achieve that, participants introduced their solutions individually. After that, they are welcome to discuss with the teams to shape their ideas effectively. At the end, we came up with 6 teams from 6 different topics to advance to the final pitch.

The Biodiversity Hackathon would not be able to successfully be implemented without the support from our partners and sponsors, especially, the German Embassy in Laos, who greatly support youths initiatives to turn their visions into action.