Description of my image
✨ໃນວັນທີ 22 ມັງກອນ 2025 ທີ່ຜ່ານມາ, ທາງທີມງານ ອີໂຄນັອກສ໌ ລາວ ໄດ້ມີໂອກາດເຂົ້າຮ່ວມ ແລະ ແລກປ່ຽນໃນ “ງານເປີດຕົວກິດຈະກຳ Climate Exchange”, ຈັດຂຶ້ນໂດຍ Swisscontact Lao PDR ເຊິ່ງກິດຈະກຳດັ່ງກ່າວໄດ້ຈັດທີ່ ໂຮງແຮມຄຣາວພລາຊາວຽງຈັນ.

✨ໃນວັນທີ 22 ມັງກອນ 2025 ທີ່ຜ່ານມາ, ທາງທີມງານ ອີໂຄນັອກສ໌ ລາວ ໄດ້ມີໂອກາດເຂົ້າຮ່ວມ ແລະ ແລກປ່ຽນໃນ “ງານເປີດຕົວກິດຈະກຳ Climate Exchange”, ຈັດຂຶ້ນໂດຍ Swisscontact Lao PDR ເຊິ່ງກິດຈະກຳດັ່ງກ່າວໄດ້ຈັດທີ່ ໂຮງແຮມຄຣາວພລາຊາວຽງຈັນ.

Published: 22 Jan 2025

Type 03

.

 

[English below]
✨ໃນວັນທີ 22 ມັງກອນ 2025 ທີ່ຜ່ານມາ, ທາງທີມງານ ອີໂຄນັອກສ໌ ລາວ ໄດ້ມີໂອກາດເຂົ້າຮ່ວມ ແລະ ແລກປ່ຽນໃນ “ງານເປີດຕົວກິດຈະກຳ Climate Exchange”, ຈັດຂຶ້ນໂດຍ Swisscontact Lao PDR ເຊິ່ງກິດຈະກຳດັ່ງກ່າວໄດ້ຈັດທີ່ ໂຮງແຮມຄຣາວພລາຊາວຽງຈັນ.
🌎ການເຂົ້າຮ່ວມກິດຈະກຳໃນຄັ້ງນີ້ຖືເປັນອີກໜື່ງໂອກາດພິເສດທີ່ທາງທີມງານພວກເຮົາ ໂດຍສະເພາະແມ່ນຜູ້ຮ່ວມກໍ່ຕັ້ງ Econox Laos ໄດ້ຮ່ວມແລກປ່ຽນເສວະນາ ພາຍໃຕ້ຫົວຂໍ້: “ການແກ້ໄຂບັນຫາຢ່າງມີສ່ວນຮ່ວມ ເພື່ອຫຼຸດຜ່ອນປລາສຕິກທີ່ນຳໃຊ້ເທື່ອດຽວ ໃນພື້ນທີ່ສາທາລະນະ”. ເຊິ່ງໃນລະຫວ່າງການເສວະນາ ພວກເຮົາໄດ້ມີໂອກາດແບ່ງປັນຄວາມເຂົ້າໃຈ, ຍຸດທະສາດ ແລະ ວິທີການປະຕິບັດເພື່ອແກ້ໄຂບັນຫາປລາສຕິກທີ່ໃຊ້ຄັ້ງດຽວ ໂດຍສະເພາະແມ່ນໄດ້ເນັ້ນໜັກເຖິງພາລະບົດບາດຂອງພາກສ່ວນເອກະຊົນຕໍ່ກັບການປະກອບສ່ວນໃນການຫັນປ່ຽນສູ່ທຸລະກິດທີ່ໃສ່ໃຈດ້ານສິ່ງແວດລ້ອມຫຼາຍຂຶ້ນ.
🌱ສຳລັບງານເປີດຕົວກິດຈະກຳ Climate Exchange ນີ້ໄດ້ຈັດຂຶ້ນ ເພື່ອຊຸກຍູ້ໃຫ້ຊາວໜຸ່ມມີສ່ວນຮ່ວມຢ່າງຫ້າວຫັນ ໃນການດຳເນີນກິດຈະການ ສົ່ງເສີມການບໍລິໂພກ ແລະ ການຜະລິດແບບຍືນຍົງ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄດ້ສຸມໃສ່ບັນຫາກ່ຽວກັບການນຳໃຊ້ປລາສຕິກທີ່ນຳໃຊ້ຄັ້ງດຽວແລ້ວຖິ້ມ ໂດຍພາຍໃນງານມີຜູ້ເຂົ້າຮ່ວມຫຼາຍກວ່າ 60 ທ່ານ, ຕາງໜ້າຈາກພາກລັດ, ອົງການຈັດຕັ້ງມະຫາຊົນ, ສະຖາບັນການສຶກສາ, ພາກສ່ວນເອກະຊົນ ແລະ ສື່ມວນຊົນ.
—---------------------------------------------------------
✨On January 22, 2025, the Econox Lao team had the opportunity to participate in the “Climate Exchange” organized by Swisscontact Lao PDR, took place at the Crowne Plaza Vientiane Hotel.
🌎Participating in this event was a significant opportunity for our team, especially the co-founder of Econox Lao, to exchange ideas under the theme: “Participatory Problem-Solving to Reduce Single-Use Plastics in Public Spaces.” During the discussion, we shared insights, strategies, and practical methods for addressing the issue of single-use plastics, with a particular emphasis on the private sector's role in driving the transformation toward more environmentally friendly business practices.
🌱The Climate Exchange event aimed to encourage young people to actively participate in initiatives promoting sustainable consumption and production as part of efforts to combat climate change. The event specifically focused on the issue of single-use plastics and fostering environmental awareness. The event was attended by more than 60 participants, representing government agencies, mass organizations, educational institutions, the private sector, and the media.

Ready to Get In Touch?

Phone Number

020 5964 4074

020 2228 6802

Email

info@econoxlaos.com

Social Media

Also Find Us On

Description of my image
Description of my image
We make environment solutions inclusive for everyone. Our aim is to embrace the innovative ideas into shaping the harmony of environmental conservation and development.

© Copyright - 2025 Econox Laos. All Rights Reserved.