Description of my image
ວັນຊີວະນານາພັນສາກົນ ຫຼື International Day for Biological Diversity

ວັນຊີວະນານາພັນສາກົນ ຫຼື International Day for Biological Diversity

Published: 22 May 2025

Type 03

.

 

🌱ຊີວະນານາພັນ ແມ່ນຄວາມຫຼາກຫຼາຍຂອງສິ່ງທີ່ມີຊີວິດ ຕັ້ງແຕ່ສັດລ້ຽງຈົນເຖິງຈຸລິນຊີເຊັ່ນ: ເຊື້ອແບັກທີເຣຍທີ່ສ້າງ ລະບົບນິເວດທາງທໍາມະຊາດ. ສິ່ງທີ່ມີຊີວິດທີ່ຫຼາກຫຼາຍເຫຼົ່ານີ້ລ້ວນແຕ່ເຮັດວຽກຮ່ວມກັນໃນການສ້າງລະບົບນິເວດ ເພື່ອຮັກສາຄວາມສົມດຸນຂອງທຳມະຊາດ ແລະ ສະໜອງຄວາມຈຳເປັນໃຫ້ກັບຊີວິດຂອງມະນຸດ ໃນການເຂົ້າເຖິງ ແຫຼ່ງອາຫານ, ນ້ຳສະອາດ, ຢາປົວພະຍາດ ແລະ ທີ່ພັກອາໄສ.🐝🐘🐍🐟
🌏ນັບຕັ້ງແຕ່ຊ່ວງປີ 1970 ເປັນຕົ້ນມາ, ຊີວະນານາພັນໄດ້ມີການປ່ຽນແປງຕາມການຜັນປ່ຽນຂອງໄລຍະເວລາ ແລະ ສະພາບແວດລ້ອມ ໂດຍບົດລາຍງານຈາກອົງການກອງທຶນອະນຸລັກທຳມະຊາດໂລກ (WWF) ໃນເມື່ອປີ 2024 ໄດ້ມີການສັງລວມປະເດັນສຳຄັນເຊິ່ງປະກອບມີ:
- ປະຊາກອນສັດນໍ້າ, ສັດປ່າທີ່ສຳຫຼວດຕັ້ງແຕ່ປີ 1970-2020 ມີອັດຕາຫຼຸດລົງເຖິງ 73 ສ່ວນຮ້ອຍ;
- ສ່ວນຫຼາຍອັດຕາການຫຼຸດລົງຂອງປະຊາກອນສັດປ່າພົບເຫັນທີ່ ອາເມຣິກາໃຕ້ 95 ສ່ວນຮ້ອຍ, ອາຟຣິກາ 76 ສ່ວນຮ້ອຍ, ແລະ ອາຊີ-ປາຊີຟິກ 60 ສ່ວນຮ້ອຍ;
- ປະຊາກອນທີ່ຫຼຸດລົງໃນນິເວດນໍ້າຈືດມີສູງເຖິງ 85 ສ່ວນຮ້ອຍ, ທາງບົກ 69 ສ່ວນຮ້ອຍ ແລະ ທາງທະເລ 56 ສ່ວນຮ້ອຍ;
- ການສູນເສຍຖິ່ນທີ່ຢູ່ອາໄສ, ການທຳລາຍ ແລະ ຊຸດໂຊມຂອງທຳມະຊາດ ທີ່ມາຈາກການນຳໃຊ້ເພື່ອສະໜອງອາຫານ ແມ່ນປັດໄຈເລັ່ງສຳຄັນໃຫ້ເກີດມີການສູນເສຍດ້ານຊີວະນານາພັນ, ຕາມຕິດມາດ້ວຍການຮຸກຮານຈາກຊະນິດພັນອື່ນ ແລະ ພະຍາດຕ່າງໆ.
🌏ເພື່ອເປັນການຕະໜັກຮູ້ເຖິງຄວາມສຳຄັນຕໍ່ການປົກປັກຮັກສາຊີວະນານາພັນ, ວັນທີ 22 ເດືອນພຶດສະພາ ຂອງທຸກໆປີ ຈຶ່ງໄດ້ຖືກກຳນົດຂຶ້ນ ເປັນວັນຊີວະນານາພັນສາກົນ ເພື່ອເນັ້ນຢໍ້າເຖິງບົດບາດສຳຄັນຂອງພືດ, ສັດ ແລະ ລະບົບນິເວດ ໂດຍໃນປີນີ້ແມ່ນ ການຢູ່ຮ່ວມກັນກັບທຳມະຊາດຢ່າງກົມກຽວ ແລະ ການພັດທະນາແບບຍືນຍົງ ຫຼື “Harmony with nature and sustainable development”, ເຊິ່ງເປັນການສົ່ງເສີມໃຫ້ຊຸມຊົນເຂົ້າມາ ມີສ່ວນຮ່ວມໃນການປົກປັກຮັກສາທຳມະຊາດ ແລະ ເປັນການເຕືອນໃຈວ່າການອະນຸລັກຊີວະນານາພັນ ແມ່ນມີບົດບາດ ສຳຄັນຕໍ່ທັງສິ່ງແວດລ້ອມ ແລະ ຄົນຮຸ່ນຕໍ່ໄປ.

Ready to Get In Touch?

Phone Number

020 5964 4074

020 2228 6802

Email

info@econoxlaos.com

Social Media

Also Find Us On

Description of my image
Description of my image
We make environment solutions inclusive for everyone. Our aim is to embrace the innovative ideas into shaping the harmony of environmental conservation and development.

© Copyright - 2025 Econox Laos. All Rights Reserved.