.
[English below]

ປະມວນພາບບັນຍາກາດຈາກງານ “ASEAN Blue Innovation Expo and Business Matching”

ໃນວັນທີ 19 ກຸມພາ 2025 ທີ່ຜ່ານມາ, ອີໂຄນັອກສ໌ ລາວ ໄດ້ມີໂອກາດເຂົ້າຮ່ວມງານຢູ່ທີ່ຫໍປະຊຸມ Menara Mandiri, ນະຄອນຫຼວງ ຈາກາຕາ ປະເທດອິນໂດເນເຊຍ. ງານໃນຄັ້ງນີ້ຖືເປັນເວທີໃນການເຕົ້າໂຮມບັນດາຜູ້ສ້າງນະວັດຕະກຳທີ່ມາຈາກ10 ປະເທດອາຊຽນ ແລະ ຕີມໍ-ເລສເຕ ເພື່ອສະເຫຼີມສະຫຼອງຜົນສຳເລັດໃນການພັດທະນາການສ້າງສັນນະວັດຕະກຳທີ່ແກ້ໄຂບັນຫາທາງສິ່ງແວດລ້ອມ. ພ້ອມດຽວກັນນັ້ນ, ກໍຍັງເປັນໂອກາດໃນແລກປ່ຽນຄວາມຄິດເຫັນ ແລະ ຄົ້ນຫາວິທີແກ້ໄຂເພື່ອ ໃຫ້ເສດຖະກິດສີຟ້າ ມີຄວາມຍືນຍົງ.


ເນື່ອງຈາກບັນຫາມົນລະພິດປລາສຕິກທາງທະເລ ແລະ ການປ່ຽນແປງຂອງດິນຟ້າອາກາດ ໄດ້ສ້າງຜົນກະທົບ ເປັນວົງກວ້າງ ໂດຍສະເພາະແມ່ນດ້ານເສດຖະກິດທີ່ສ້າງຄວາມທ້າທ້າຍຕໍ່ກັບຂະແໜງການປະມົງ ແລະ ການທ່ອງທ່ຽວແບບຍືນຍົງ. ການສົ່ງເສີມການຄົ້ນຄິດນະວັດຕະກຳເພື່ອຮັບມືຕໍ່ກັບຄວາມທ້າທ້າຍດັ່ງກ່າວຈຶ່ງກາຍເປັນຈຸດສຸມສຳຄັນອັນຮີບດ່ວນເພື່ອໃຫ້ບັນຫາເຫຼົ່ານັ້ນໄດ້ຮັບການແກ້ໄຂ. ໃນນາມຂອງທາງ Econox Laos, ພວກເຮົາຮູ້ສຶກເປັນກຽດທີ່ໄດ້ເປັນຫນຶ່ງໃນອົງການຈັດຕັ້ງທີ່ໄດ້ຖືກຮັບເລືອກໃຫ້ເປັນໜື່ງໃນນະວັດຕະກຳທີ່ຊ່ວຍແກ້ໄຂບັນຫາດັ່ງກ່າວ.


ໂດຍພາຍໃນງານ, ທາງທີມງານພວກເຮົາໄດ້ມີໂອກາດເຂົ້າຮ່ວມວາງສະແດງຜົນງານ ແລະ ການນຳສະເໜີໂຄງການຂອງພວກເຮົາ ຮ່ວມກັບຜູ້ຊະນະ 60 ອົງກອນຈາກການແຂ່ງຂັນ ASEAN Blue Innovation Challenge. ຄຽງຄູ່ກັນນັ້ນ, ກໍໄດ້ມີການເຂົ້າຮ່ວມການສົນທະນາ, ໄດ້ແລກປ່ຽນ ແລະ ເສີມສ້າງສາຍພົວພັນກັບບຸກຄົນ ແລະ ອົງການຈັດຕັ້ງທີ່ມີເປົ້າໝາຍ, ວິໄສທັດດຽວກັນໃນການປົກປ້ອງ ແລະ ສົ່ງເສີມການພັດທະນາແບບຍືນຍົງ.
ສາມາດຕິດຕາມນະວັດຕະກຳຂອງພວກເຮົາຈາກງານດັ່ງກ່າວໄດ້ໃນໄວໆນີ້.

—---------------------------------------------------------------------

A recap from the “ASEAN Blue Innovation Expo and Business Matching”

On February 19, 2025, Econox Laos had the opportunity to attend this remarkable event at Menara Mandiri, Jakarta, Indonesia. The event served as a platform for innovators from 10 ASEAN countries and Timor-Leste to celebrate their achievements in developing innovations that address environmental challenges. It was also an opportunity to exchange ideas and explore solutions for a sustainable blue economy.


Marine plastic pollution and climate change have had far-reaching impacts, particularly on the economy, posing challenges for the fisheries and sustainable tourism sectors. Promoting innovation to tackle these challenges has become an urgent priority. On behalf of Econox Laos, we are honored to have been selected as one of the innovators working to address these critical issues.


During the event, our team had the opportunity to exhibit and present our projects alongside 60 winners of the ASEAN Blue Innovation Challenge. We also engaged in insightful discussions, exchanged ideas, and strengthened relationships with individuals and organizations that share our vision of protecting the environment and promoting sustainable development.
Stay tuned to follow our innovations from the event soon
